ນັກກິລາທີ 12 ຂອງ ຫວຽດນາມ ຍາດໄດ້ສິດເຂົ້າຮ່ວມ Olympic Paris 2024

(VOVWORLD) - ນັກກິລາຍິງທະນູ ເລກວກຟອງ ກາຍເປັນນັກກິລາທີ 12 ຂອງຄະນະນັກກິລາ ຫວຽດນາມ ທີ່ຍາດໄດ້ສິດເຂົ້າຮ່ວມ Olympic Paris 2024 ຢ່າງເປັນທາງການ.
ນັກກິລາທີ 12 ຂອງ ຫວຽດນາມ ຍາດໄດ້ສິດເຂົ້າຮ່ວມ Olympic Paris 2024 - ảnh 1ເລກວກຟອງ ນັກກິລາຍິງທະນູຊາຍ
(ພາບ: ກິລາ ຫວຽດນາມ)

ເລກວກຟອງ ແມ່ນນັກກິລາຍິງທະນູຊາຍດີເດັ່ນຂອງປະເພດກິລາຍິງທະນູ ຫວຽດນາມ ລອດເຂົ້າຮອບຮອງຊະນະເລີດ Olympic ສຸດທ້າຍ, ເຊິ່ງແມ່ນການຄັດເລືອກນັກກິລາ 5 ຄົນເຂົ້າຮ່ວມ Olympic Paris 2024.

        ກ່ອນໜ້ານັ້ນ, ກິລາ ຫວຽດນາມ ມີ 11 ຄົນຍາດໄດ້ສິດເຂົ້າຮ່ວມ Olympic, ລວມມີ: ນັກກິລາຍິງ ຫງວຽນທິເທີດ (ລົດຖີບ), ຫງວຽນຮຸຍຮ່ວາງ (ລອຍນ້ຳ), ຈິ້ງທູວິງ ແລະ ເລທິມົ້ງຕວ່ຽນ (ຍິງປືນ), ຈິ້ງວັນວິງ (ຍົກນ້ຳໜັກ), ຫງວຽນທິເຮືອງ (ແຂ່ງເຮືອຄານູ), ຟ້າມທິເຫວະ (ພາຍເຮືອ rowing), ຫງວຽນຖຸຍລິງ ແລະ ເລດຶກຟາດ (ຕີດອກປີກໄກ່), ຫວໍທິກິມແອັງ ແລະ ຮ່າທິລິງ (ຕີມວຍ).

ຕອບກັບ

ຂ່າວ/ບົດ​ອື່ນ