ນັກ​ກິລາບານ​ເຕະ ຕ໊ຽນລິງ ນອນ​ໃນ Top ນັກ​ກິລາ ທີ່​ເປັນໜ້າ​ເອົາ​ໃຈ​​ໃ​ສ່ທີ່​ສຸດໃນ​ການ​ແຂ່່ງຂັນ​ຮອບ​ຊີງ​ຊະນະ​ເລີດ U23 ອາຊີ 2020

(VOVWORLD) -ກອງໜ້າ ຫງວຽນຕ໊ຽນລິງ ຂອງ ທິມບານເຕະ U23 ຫວຽດນາມ ໄດ້ຮັບການຕີລາຄາສູງໃນບົດຂຽນທີ່ໄດ້ເອົາລົງໃນໜ້າທໍາອິດຂອງເວັບໄຊ ສະຫະພັນບານເຕະ ອາຊີ.
ນັກ​ກິລາບານ​ເຕະ ຕ໊ຽນລິງ ນອນ​ໃນ Top ນັກ​ກິລາ ທີ່​ເປັນໜ້າ​ເອົາ​ໃຈ​​ໃ​ສ່ທີ່​ສຸດໃນ​ການ​ແຂ່່ງຂັນ​ຮອບ​ຊີງ​ຊະນະ​ເລີດ U23  ອາຊີ 2020 - ảnh 1ກອງໜ້າ ຫງວຽນຕ໊ຽນລິງ (ພາບ:  TTXVN)

        ໃນບັນດາບົດຂຽນແນະນໍາກ່ຽວກັບນັກກິລາທີ່ມີວິທີການຫຼິ້ນທີ່ເປັນໜ້າຈັບຕາໃນການແຂ່ງຂັນຮອບຊີງຊະນະເລີດ U23  ອາຊີ 2020 ນັ້ນ, ກອງໜ້າ ຫງວຽນຕ໊ຽນລິງ ຂອງ ທິມບານເຕະ U23 ຫວຽດນາມ ໄດ້ຮັບການຕີລາຄາສູງໃນບົດຂຽນທີ່ໄດ້ເອົາລົງໃນໜ້າທໍາອິດຂອງເວັບໄຊ ສະຫະພັນບານເຕະ ອາຊີ (AFC). ໃນບົດຂຽນດັ່ງກ່າວ, ຜູ້ຂຽນ ໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍຖານະເປັນທິມຮອງຊະນະເລີດ, ທິມບານເຕະ U23 ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາທິມບານເຕະຈະໄດ້ຄອງແຊັມ. ບໍ່ພຽງແຕ່ເທົ່ານັ້ນ ກອງໜ້າ ຫງວຽນຕ໊ຽນລິງ ຍັງໄດ້ຮັບການຕີລາຄາວ່າ ແມ່ນນັກກິລາທີ່ມີເຕັກນິກການຫຼິ້ນທີ່ດີ ໃນຈໍານວນນັກກິລາເກັ່ງເຂົ້າຮ່ວມການແຂ່ງຂັນຊີງແຊັມ U23 ອາຊີ 2020 ຢູ່ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ