ນັກກິລາບານເຕະຫວຽດນາມ ໄດ້ຖືກຈັດເຂົ້າ top 60 ນັກກິລາໜຸ່ມມີຄວາມເກັ່ງກ້າສາມາດທີ່ສຸດໃນໂລກ

(VOVWORLD) - ນັກກິລາບານເຕະຄົນນີ້ສ້າງຄວາມປະທັບໃຈຢ່າງແຮງ ໃນການແຂ່ງຂັນບານເຕະຊີງແຊ້ມອາຊຽນ U17 ປີ 2023 ແລະ ໄດ້ສະເຫນີເຂົ້າຮ່ວມທີມຊາດ U23 ຫວຽດນາມ.
 

ວັນທີ 12 ຕຸລາ, ໜັງສືພິມ Guardian (ອັງກິດ) ໄດ້ປະກາດບັນຊີລາຍຊື່ 60 ນັກກິລາໜຸ່ມທີ່ມີຄວາມເກັ່ງກ້າສາມາດທີ່ສຸດໃນໂລກໃນປີ 2023, ໃນນັ້ນມີນັກບານເຕະ ເລດິ່ງລອງຫວູ (ຫວຽດນາມ). ນີ້ຍັງເປັນນັກກິລາຜູ້ໜຶ່ງດຽວຢູ່ ອາຊີຕາເວັນອອກສຽງໃຕ້ ທີ່ມີຊື່ໃນບັນຊີລາຍຊື່ດັ່ງກ່າວ.

          ເມື່ອຕີລາຄາຄວາມເກັ່ງກ້າສາມາດຂອງ ເລດິ່ງລອງຫວູ, ໜັງສືພິມ Guardian ໄດ້ຂຽນວ່າ, ຫວຽດນາມ ມີນັກກິລາບານເຕະຫລາຍຄົນມີເຕັກນິກ, ມີຄວາມວ່ອງໄວທີ່ສາມາດໃຊ້ຕີນທັງສອງເປັນຢ່າງດີ ແລະ ເລດິ່ງລອງຫວູ ກໍ່ແມ່ນນັກກິລາບານເຕະຄືແນວນັ້ນ. ນັກກິລາບານເຕະຄົນນີ້ສ້າງຄວາມປະທັບໃຈຢ່າງແຮງໃນການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ U17 ປີ 2023 ແລະ ໄດ້ສະເຫນີເຂົ້າຮ່ວມທີມຊາດ U23 ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ