ນັກກິລາມວຍປ້ຳ ໂງຊວນດິ໊ງ ຄ້ວາໄດ້ຫຼຽນຄຳຢູ່ Olympic ໜຸ່ມ 2018

(VOVWORLD) - ໂງຊວນດິ໊ງ ເຄີຍຄ້ວາໄດ້ຫຼຽນຄຳໃນການແຂ່ງຂັນແຊມປ້ຽນໜຸ່ມ ອາຊີ 2017 ແລະ ຫຼຽນຄຳ 3 ຫຼຽນໃນການແຂ່ງຂັນແຊມປ້ຽນໜຸ່ມ ອາຊີ 2018, ຫຼຽນທອງ 2 ຫຼຽນໃນງານແຂ່ງຂັນແຊມປ້ຽນໂລກ 2018
ນັກກິລາມວຍປ້ຳ ໂງຊວນດິ໊ງ ຄ້ວາໄດ້ຫຼຽນຄຳຢູ່ Olympic ໜຸ່ມ 2018 - ảnh 1 ນັກກິລາມວຍປ້ຳ ໂງຊວນດິ໊ງ

ຕອນເຊົ້າວັນທີ 8 ຕຸລາ, ນັກກິລາມວຍປ້ຳ ໂງຊວນດິ໊ງ ຄ້ວາໄດ້ຫຼຽນຄຳໃນປະເພດຊາຍລຸ້ນນ້ຳໜັກຊາຍ 56 ກີໂລກຼາມ. ຢູ່ງານມະຫາກຳ Olympic ໜຸ່ມລະດູຮ້ອນ 2018 ທີ່ຈັດຕັ້ງຢູ່ ອາກຊັງຕິນ, ໂງຊວນດິ໊ງ ແມ່ນຄວາມມຸ່ງຫວັງອັນໃຫຍ່ຫຼວງຂອງຄະນະນັກກິລາ ຫວຽດນາມ. ໂງຊວນດິ໊ງ ເຄີຍຄ້ວາໄດ້ຫຼຽນຄຳໃນການແຂ່ງຂັນແຊມປ້ຽນໜຸ່ມ ອາຊີ 2017 ແລະ ຫຼຽນຄຳ 3 ຫຼຽນໃນການແຂ່ງຂັນແຊມປ້ຽນໜຸ່ມ ອາຊີ 2018, ຫຼຽນທອງ 2 ຫຼຽນໃນງານແຂ່ງຂັນແຊມປ້ຽນໂລກ 2018. ແລະກໍ່ຕອນເຊົ້າວັນທີ 8 ຕຸລາ, ນັກມວຍປ້ຳ ຍິງ ຫງວຽນທິທູຈາງ ກໍ່ຄ້ວາໄດ້ຫຼຽນເງິນໃນລຸ້ນນ້ຳໜັກ 44 ກີໂລກາມ.

ຕອບກັບ

ຂ່າວ/ບົດ​ອື່ນ