ນັກກິລາລອຍນຳ້ຫວຽດນາມຍາດໄດ້ຫຼຽນທຳອິດໃຫ້ຄະນະນັກກິລາຫວຽດນາມ

ນັກກິລາລອຍນຳ້ຫວຽດນາມຍາດໄດ້ຫຼຽນທຳອິດໃຫ້ຄະນະນັກກິລາຫວຽດນາມ - ảnh 1
ຕາ​ຕະ​ລາງ​ຈັດ​ອັນ​ດັບ
(ພາບ: thethaovanhoa.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/10, ຢູ່ Incheon (ສ​ເກົາຫຼີ), ຄະນະ​ນັກ​ກິລາ​ຄົນ​ພິການ​ຫວຽດນາມ ຍາດ​ໄດ້​ຫຼຽນ​ທຳ​ອິດຢູ່ Asian Para Games 2014, ພາຍຫຼັງ ນັກ​ກິລາລອຍ​ນຳ້​ ຈິ້ງ​ທິບິ​ກຍື ​ໄດ້​ຮັບ​ຫຼຽນ​ເງິນ​ໃນ​ການ​ເສັງ​ລອຍ​ນຳ້ ​ໄລຍະ​ທາງ 100 ​ແມັດ​ສຳລັບ​ຜູ້ຍິງ. ​ເຂົ້າ​ຮ່ວມ​ຮອບ​ຊິງ​ຊະນະ​ເລີດ​ລອຍ​ນຳ້​ນີ້, ມີນັກ​ກິລາ 7 ຄົນ​ທີ່​ມາ​ຈາກ​ຈີນ, ຍີ່ປຸ່ນ, ກາ​ຢັສະຖານ, ​ເນ​ປານ, ​ແລະ ຫວຽດນາມ, ​ໃນ​ນັ້ນ​ຫວຽດນາມ​ມີ​ນັກ​ກິລາລອຍ​ນ້ຳ 2 ຄົນ​ແມ່ນ​ນາງ ຈິ້ງ​ທິບິ​ກຍື ​ ​ແລະ ນາງ ຢືທິລານ.




ຂ່າວ/ບົດ​ອື່ນ