ນັກກິລາໝາກເສິກສາກົນ ເລກວາງລຽມ ຢືນອັນດັບ 23 ຂອງໂລກ

(VOVWORLD) -  ເລກວາງລຽມ ໄດ້ເຂົ້າຮ່ວມການແຂ່ງຂັນ 2 ຄັ້ງທີ່ສຳຄັນນັ້ນແມ່ນ ງານມະຫາກຳກິລາພຸມປັນຍາ 2017 (ຈີນ) ...
ນັກກິລາໝາກເສິກສາກົນ ເລກວາງລຽມ ຢືນອັນດັບ 23 ຂອງໂລກ - ảnh 1ນັກກິລາ ໝາກເສິກ ເລກວາງລຽມ

ຕາມຕາຕະລາງຈັດອັນດັບຫຼ້າສຸດຂອງສະຫະພັນໝາກເສິກສາກົນ (FIDE), ນັກກິລາ ໝາກເສິກ ເລກວາງລຽມ, ນັກກິລາໝາກເສິກຊາຍແຖວໜ້າຂອງ ຫວຽດນາມ, ໄດ້ຈັດອັບດັບທີ 23, ດ້ວຍລະດັບ elo ແມ່ນ 2737. ກ່ອນທີ່ສິ້ນສຸດປີ 2017, ເລກວາງລຽມ ໄດ້ເຂົ້າຮ່ວມການແຂ່ງຂັນ 2 ຄັ້ງທີ່ສຳຄັນນັ້ນແມ່ນ ງານມະຫາກຳກິລາພຸມປັນຍາ 2017 (ຈີນ) ແລະ ລາງວັນໝາກເສິກໃຊ້ຄວາມໄວ, ລາງວັນໝາກເສິກຊິງຊະນະເລີດໂລກ 2017. ກໍ່ໃນຕາຕະລາງຈັດອັນດັບເດືອນ ມັງກອນ 2018 ຂອງ FIDE, ນັກກິລາໝາກເສິກ ຫງວຽນງອັກເຈື່ອງເຊີນ ໄດ້ຢືນອັນດັບທີ 150 ຂອງໂລກ ດ້ວຍລະດັບ elo ແມ່ນ 2630. ສຳລັບການຈັດອັນດັບນັກກິລາຍິງ, ນັກກິລາ ຫວໍທິກິມຟຸ້ງ, ເຊິ່ງແມ່ນຜູ້ຢືນອັນດັບສູງສຸດຂອງກິລາໝາກເສິກສາກົນ ຫວຽດນາມ ໄດ້ຢືນອັນດັບ 40 ໃນໂລກ ດ້ວຍລະດັບ elo ແມ່ນ 2425.

ຕອບກັບ

ຂ່າວ/ບົດ​ອື່ນ