ນັກ​ການ​ທູດ ຫວູ​ຄວານ​ໃນ​ຄວາມ​ຊົງ​ຈຳ​ຂອງ​ເພື່ອນ​ມິດ​ສາ​ກົນ

(VOVWORLD) - ທ່ານ ຫວູຄວານ ແມ່ນນັກການທູດທີ່ມີອິດທິພົນຊື່ສຽງ, ດ້ວຍແບບແຜນທີ່ເຕັ້ມໄປດ້ວຍຄວາມດຶງດູດໃຈ ແລະ ສົມເປັນໜຶ່ງ ໃນບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດທີ່ສຸດໃນຍຸກສະໄໝຂອງຕົນ.
ນັກ​ການ​ທູດ ຫວູ​ຄວານ​ໃນ​ຄວາມ​ຊົງ​ຈຳ​ຂອງ​ເພື່ອນ​ມິດ​ສາ​ກົນ - ảnh 1ທ່ານ  ອະດີດຮອງນາຍົກລັດຖະມົນຕີ ຫວູຄວາ (ພາບ: baochinhphu.vn)

ວັນທີ 27 ມິຖຸນາ, ງານສົບລະດັັບລັດ ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ໄດ້ດຳເນີນຢູ່ ຮ່າໂນ້ຍ. ມີເພື່ອນມິດສາກົນຫຼາຍທ່ານ ທີ່ເຄີຍມີເວລາເຮັດວຽກ, ພົບປະກັບທ່ານອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ລ້ວນແຕ່ສະແດງຄວາມຮັກແພງ, ເຄົາລົບນັບຖື ຕໍ່ທ່ານ.

ໂດຍແມ່ນຜູ້ທີ່ມີຄວາມລຶ້ງເຄີຍ ແລະ ເຮັດວຽກເປັນເວລາຫຼາຍປີ ກັບທ່ານອະດີດ ຮອງນາຍົກລັດຖະມົນຕີ ຫວູຄວານ, ທ່ານ ປ.ອ Frances Zwenig ຊາວອາເມລິກາ ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ຂໍແບ່ງເບົາຄວາມສູນເສຍ ກັບຄອບຄົວອະດີດຮອງນາຍົກລັດຖະມົນຕີ ແລະ ປະຊາຊົນ ຫວຽດນາມ ພາຍຫຼັງທ່ານເຖິງແກ່ມໍລະນະກຳ.

ທ່ານ ປ.ອ Frances Zwenig ອະດີດຜູ້ອຳນວຍຂັ້ນສູງ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ແລະ ຜູ້ຊ່ວຍວຽກ ທັງເປັນຫົວໜ້າຫ້ອງວ່າການ ສະມາຊິກສະພາສູງ ທ່ານ John Kerry ຕີລາຄາວ່າ ທ່ານ ຫວູຄວານ ແມ່ນນັກການທູດທີ່ມີອິດທິພົນຊື່ສຽງ, ດ້ວຍແບບແຜນທີ່ເຕັ້ມໄປດ້ວຍຄວາມດຶງດູດໃຈ ແລະ ສົມເປັນໜຶ່ງ ໃນບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດທີ່ສຸດໃນຍຸກສະໄໝຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ