ນັກ​ການ​ທູດ​ເຊັກ​ໂກ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ເຕ​ີບ​ໂຕ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ

(VOVWORLD) -ຫວຽດນາມແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ໄດ້ຮັບການຮັບຮູ້ວ່າ GDP ເຕີບໂຕເປັນບວກໃນປີ 2020. ນີ້ແມ່ນຂໍ້ສັງເກດຂອງທ່ານ David Jarkulisch ນັກການທູດເສດຖະກິດເຊັກໂກ, ເຮັດວຽກຢູ່ສະຖານທູດ ເຊັກໂກປະຈຳຮ່າໂນ້
ນັກ​ການ​ທູດ​ເຊັກ​ໂກ ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ​ເຕ​ີບ​ໂຕ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ - ảnh 1ຜະລິດຕະພັນສິນທະເລຫວຽດນາມຢູ່ສູນການຄ້າ Tamda Food ນະຄອນ Ustí nad Labem, ສ.ເຊັກໂກ (ພາບ: TTXVN)

ຫວຽດນາມສືບຕໍ່ເປັນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດ ຢູ່ໃນໂລກ. ໃນຂະນະທີ່ເສດຖະກິດໂລກ ພວມຊຸດໂຊມຢ່າງແຮງ ຍ້ອນໂລກລະບາດໂຄວິດ - 9. ຫວຽດນາມແມ່ນໜຶ່ງໃນຈຳນວນໜ້ອຍປະເທດທີ່ໄດ້ຮັບການຮັບຮູ້ວ່າ GDP ເຕີບໂຕເປັນບວກໃນປີ 2020. ນີ້ແມ່ນຂໍ້ສັງເກດຂອງທ່ານ David Jarkulisch ນັກການທູດເສດຖະກິດເຊັກໂກ, ເຮັດວຽກຢູ່ສະຖານທູດ ເຊັກໂກປະຈຳຮ່າໂນ້ຍ.

        ຂໍ້ສັງເກດຂອງທ່ານໄດ້ເນັ້ນໜັກເຖິງຜົນງານເສດຖະກິດຂອງ ຫວຽດນາມໃນປີ 2020, ໃນນັ້ນໄດ້ຍົກໃຫ້ເຫັນລະດັບຄວາມໄວການເຕີບໂຕຂອງເສດຖະກິດ ຫວຽດນາມ. ທ່ານໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ປັດໄຈທີ່ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດຂອງ ຫວຽດນາມຕົ້ນຕໍແມ່ນການສົ່ງອອກ ແລະ ການລົງທຶນຈາກຕ່າງປະເທດ. ທ່ານຄາດຄະເນວ່າ GDP ຂອງ ຫວຽດນາມໃນປີ 2021 ຈະເຕີບໂຕປະມານ 6,0 – 6,8%.

ຕອບກັບ

ຂ່າວ/ບົດ​ອື່ນ