ນັກການທູດແລະສື່ມວນຊົນສາກົນອວນພອນວັນຊາດຫວຽດນາມ ທີ 2 ກັນຍາ

(VOVWORLD) -ສື່ມວນຊົນລາວ ໄດ້ລົງພິມຫຼາຍຂ່າວ ແລະ ບົດຂຽນກ່ຽວກັບຫວຽດນາມ. ໃນໜ້າທຳອິດຂອງໜັງສືພິມ ປະເທດລາວ ໄດ້ລົງພິມບົດຂຽນ “ຂ່ຳນັບຊົມເຊີຍ 76 ປີແຫ່ງວັນຊາດປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ”.
ນັກການທູດແລະສື່ມວນຊົນສາກົນອວນພອນວັນຊາດຫວຽດນາມ ທີ 2 ກັນຍາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken
(ພາບ: Reuters)

ວັນທີ 01 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ໄດ້ສົ່ງຄຳອວຍພອນເຖິງປະຊາຊົນຫວຽດນາມ ເນື່ອງໃນໂອກາດວັນຊາດຫວຽດນາມ ທີ 2 ກັນຍາ. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ, ໃນສະພາບໂລກລະບາດໂຄວິດ-19 ພວມກໍ່ຜົນເສຍຫາຍຢ່າງໜັກໜ່ວງໃນທົ່ວໂລກ ແລະ ທັງຢູ່ ຫວຽດນາມ ແລະ ອາເມລິກາ, 2 ປະເທດໄດ້ໜູນຊ່ວຍເຊິ່ງກັນແລະກັນໃນບັນດາຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ. ເລື່ອງອາເມລິກາ ສ້າງຕັ້ງຫ້ອງການຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ຂອງສູນຄວບຄຸມ ແລະ ປ້ອງກັນສະກັດກັ້ນໂລກລະບາດຢູ່ຮ່າໂນ້ຍ ນັ້ນ ເປັນພື້ນຖານໃໝ່ເພື່ອເພີ່ມທະວີການຮ່ວມມືຄວາມໝັ້ນຄົງດ້ານການແພດກັບຫວຽດນາມ ແລະ ທົ່ວເຂດມະຫາສະໝຸດອິນເດຍ - ປາຊີຟິກ.

ນັກການທູດແລະສື່ມວນຊົນສາກົນອວນພອນວັນຊາດຫວຽດນາມ ທີ 2 ກັນຍາ - ảnh 2(ສື່ມວນຊົນລາວ ໄດ້ລົງພິມຫຼາຍຂ່າວ ແລະ ບົດຂຽນກ່ຽວກັບຫວຽດນາມ)

ວັນທີ 01 ກັນຍາ, ສື່ມວນຊົນລາວ ໄດ້ລົງພິມຫຼາຍຂ່າວ ແລະ ບົດຂຽນກ່ຽວກັບຫວຽດນາມ. ໃນໜ້າທຳອິດຂອງໜັງສືພິມ ປະເທດລາວ ໄດ້ລົງພິມບົດຂຽນ “ຂ່ຳນັບຊົມເຊີຍ 76 ປີແຫ່ງວັນຊາດປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ”. ບົດຂຽນໄດ້ຂຽນວ່າ, 76 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ມີຄວາມສາມັກຄີ ຮ່ວມແຮງຮ່ວມໃຈ, ຜ່ານຜ່າຄວາມຫຍຸ້ງຍາກເພື່ອຢຶດໝັ້ນປົກປັກຮັກສາປະເທດຊາດ, ປົກປັກຮັກສາເອກະລາດ, ເອລີພາບຂອງປະເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ, ໃນໂລກ.

ບົດຂຽນໄດ້ຢືນຢັນຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ການນຳລຸ້ນຕ່າງໆໄດ້ກໍ່ຕັ້ງພື້ນຖານຢ່າງໝັ້ນຄົງໃຫ້ແກ່ສາຍພົວພັນສາມັກຄີແບບພິເສດລະຫວ່າງລາວ - ຫວຽດນາມ.

ແລະກໍ່ໃນວັນທີ 01 ກັນຍາ, ບັນດາໜັງສື່ພິມໃຫຍ່ຂອງລາວຄື: ໜັງສືພິມປະຊາຊົນ, ໜັງສືພິມປະເທດລາວ ໄດ້ລົງພິມພາບ ແລະ ບົດກ່າວປາໄສຂອງທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳລາວ ຫງວຽນບາຮຸ່ງ, ໂດຍເນັ້ນໜັກວ່າ, ຜ່ານ 76 ປີຜ່ານມາ, ມາຮອດປະຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດມີພື້ນຖານເສດຖະກິດພັດທະນາຢ່າງໄວ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ, ຊີວິດຂອງປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ