ນັກການເມືອງອິນເດຍ: ນະໂຍບາຍການຕ່າງປະເທດທີ່ເປັນເຈົ້າການຂອງຫວຽດນາມ ຊ່ວຍສ້າງອະນາຄົດຂອງປະເທດຊາດ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກເຖິງ 5 ບັນຫາບຸລິມະສິດຂອງການພົວພັນຕ່າງປະເທດຂອງຫວຽດນາມ, ໃນນັ້ນມີການສືບຕໍ່ຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍ, ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ສະແດງໃຫ້ເຫັນຄຳໝັ້ນສັນຍາສຳຄັນຂອງຫວຽດນາມ ໃນການເພີ່ມທະວີການມີສ່ວນຮ່ວມໃນທົ່ວໂລກ. 
ນັກການເມືອງອິນເດຍ: ນະໂຍບາຍການຕ່າງປະເທດທີ່ເປັນເຈົ້າການຂອງຫວຽດນາມ ຊ່ວຍສ້າງອະນາຄົດຂອງປະເທດຊາດ - ảnh 1ພາບປະກອບ

     ໃນສະພາບການໂລກທີ່ນັບມື້ນັບສັບສົນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກເຖິງ 5 ບັນຫາບຸລິມະສິດຂອງການພົວພັນຕ່າງປະເທດຂອງຫວຽດນາມ, ໃນນັ້ນມີການສືບຕໍ່ຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍ, ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ສະແດງໃຫ້ເຫັນຄຳໝັ້ນສັນຍາສຳຄັນຂອງຫວຽດນາມ ໃນການເພີ່ມທະວີການມີສ່ວນຮ່ວມໃນທົ່ວໂລກ. ນີ້ແມ່ນຂໍ້ສັງເກດຂອງທ່ານ G. Devarajan, ເລຂາທິການໃຫຍ່ພັກ All India Forward Bloc  ທີ່ໄດ້ຍົກອອກມາເມື່ອບໍ່ດົນມານີ້

   ຕາມທ່ານ Devarajan ແລ້ວ, ບັນດາບຸລິມະສິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມໄດ້ວາງອອກແມ່ນສອດຄ່ອງກັບຜົນປະໂຫຍດຂອງປະເທດຊາດໃນໄລຍະຍາວນານຂອງຫວຽດນາມ. ເພີ່ມທະວີການພົວພັນຕ່າງປະເທດຫຼາຍຝ່າຍ ແລະ ເສີມຂະຫຍາຍບົດບາດທີ່ຕັ້ງໜ້າໃນປະຊາຄົມໂລກ ຈະຍົກສູງແງ່ຫວັງເສດຖະກິດຂອງຫວຽດນາມ ໂດຍຜ່ານການດຶງດູດເງິນລົງທຶນຈາກຕ່າງປະເທດ, ເພີ່ມທະວີການພົວພັນຄູ່ຮ່ວມມືດ້ານການຄ້າ ແລະ ການເຂົ້າເຖິງບັນດາຕະຫຼາດໃໝ່;, ຊ່ວຍປະເທດ ປົກປ້ອງຜົນປະໂຫຍດແຫ່ງຊາດໃນຂອບເຂດການຮ່ວມມື, ພ້ອມດຽວກັນນັ້ນກໍ່ນຳມາເຊິ່ງພື້ນຖານເພື່ອໃຫ້ຫວຽດນາມ ເສີມຂະຫຍາຍ ບັນດາ ຄຸນຄ່າຂອງຕົນ, ໃນນັ້ນມີການເຄົາລົບ ກົດໝາຍສາກົນ, ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ, ພິເສດແມ່ນ ໃນສະພາບຄວາມ ເຄັ່ງຕຶງ ຢູ່ທະເລຕາເວັນອອກ

ຕອບກັບ

ຂ່າວ/ບົດ​ອື່ນ