ນັກຂ່າວ AFP 2 ຄົນຖືກຈັບຕົວໃນຂະນະທີ່ພວມເຄື່ອນໄຫວອາຊີບຢູ່ ສ.ອາຟຣິກາກາງ

(VOVWORLD) - ຕາມສຳນັກຂ່າວສານ AFP ຂອງ ຝຣັ່ງ ແລ້ວ, ນັກຂ່າວຂອງສຳນັກຂ່າວນີ້ 2 ຄົນຖືກບັນດາກຳລັງປ້ອງກັນຄວາມສະຫງົບຢູ່ ສ.ອາຟຣິກາກາງ ຕີ ແລະ ຈັບຕົວ ໃນຂະນະທີ່ພວມໃຫ້ຂ່າວກ່ຽວກັບການແຫ່ຂະບວນປະທ້ວງທີ່ຖືກຝ່າຍຄ້ານຫ້າມຢູ່ນະຄອນຫລວງ Bangui.

ນັກຂ່າວ AFP 2 ຄົນຖືກຈັບຕົວໃນຂະນະທີ່ພວມເຄື່ອນໄຫວອາຊີບຢູ່ ສ.ອາຟຣິກາກາງ - ảnh 1(ພາບປະກອບ / IN)

        ທ່ານລັດຖະມົນຕີກະຊວງພາຍໃນແຫ່ງ ສາທາລະນະລັດ ອາຟຣິກາກາງ Flavien Mbata ຢືນຢັນວ່າ ນັກຂ່າວ 2 ຄົນຖືກກັກຕົວຊົ່ວຄາວ ຍ້ອນຂໍ້ຫາເຂົ້າຮ່ວມການແຫ່ຂະບວນປະທ້ວງຜິດກົດໝາຍ. ທ່ານ Flavien Mbata ໃຫ້ຮູ້ວ່າ: ນັກຂ່າວ 2 ຄົນນັ້ນໄດ້ຮັບການປ່ອຍຕົວເປັນອິດສະລະພາບ ແລະ ເຫດການດັ່ງກ່າວ ພວມໄດ້ດຳເນີນການສືບສວນ.

ຕອບກັບ

ຂ່າວ/ບົດ​ອື່ນ