ນັກຂ່າວ ເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ

(VOVWORLD) - ຜົນສຳເລັດໃນການຮັບມືກັບໂລກລະບາດຂອງ ຫວຽດນາມ ເລີ່ມມາຈາກປະເທດນີ້ ມີຖັນແຖວການແພດດີ, ລັດຖະບານມີການກະທຳເດັດດ່ຽວ ແລະ ມີຍຸດທະສາດເປັນເຈົ້າການໃນການສະກັດກັ້ນ.
ນັກຂ່າວ ເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ - ảnh 1ພາບປະກອບ/TTXVN

  ນັກຂ່າວ ເຢຍລະມັນ Johannes Giesler ຫາກໍ່ມີບົດຂຽນລົງເວັບໄຊ Yahoo Nachrichten ທີ່ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງ ຫວຽດນາມ, ບົດຂຽນເນັ້ນໜັກວ່າ ດ້ວຍບັນດາມາດຕະການເຄັ່ງຄັດ ແລະ ຂ້ຽວຂາດໃນວຽກງານແຍກຕົວຜູ້ຕິດເຊື້ອ, ຜູ້ຖືກສົງໄສຕິດເຊື້ອ…ຫວຽດນາມ ໄດ້ຜ່ານຜ່າການແຜ່ລະບາດຮອບທີ 3. ນັກຂ່າວຖືວ່າ ຖ້າຢາກຊອກຫາຂໍ້ມູນຂ່າວສານໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ໃນປະຈຸບັນ ສາມາດຖື ຫວຽດນາມ ແມ່ນປະເທດຜ່ານຜ່າຮອບແຜ່ລະບາດທີ 3 ສຳເລັດຜົນໃນໄລຍະບໍ່ຮອດ 2 ເດືອນ. ກ່ຽວກັບບົດຮຽນໃນການຮັບມືກັບໂລກລະບາດ, ນັກຂ່າວໄດ້ຄັດສະເໜີການຄົ້ນຄວ້າຂອງມະຫາວິທະຍາໄລ Oxford ໃຫ້ຮູ້ວ່າ ຜົນສຳເລັດໃນການຮັບມືກັບໂລກລະບາດຂອງ ຫວຽດນາມ ເລີ່ມມາຈາກປະເທດນີ້ ມີຖັນແຖວການແພດດີ, ລັດຖະບານມີການກະທຳເດັດດ່ຽວ ແລະ ມີຍຸດທະສາດເປັນເຈົ້າການໃນການສະກັດກັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ