ນັກຂ່າວຕ່າງປະເທດຂຽນກ່ຽວກັບຊີວິດຂອງຊາວປະມົງຫວຽດນາມ ຕໍ່ໜ້າການກະທຳຂອງຈີນ ຢູ່ທະເລຕາເວັນອອກ

ນັກຂ່າວຕ່າງປະເທດຂຽນກ່ຽວກັບຊີວິດຂອງຊາວປະມົງຫວຽດນາມ ຕໍ່ໜ້າການກະທຳຂອງຈີນ ຢູ່ທະເລຕາເວັນອອກ - ảnh 1
(ພາບປະກອບ)

(vovworld) –  ສື່ເອ​ເລກ​ໂຕ​ນິກ Aljazeera, ທີ່ມີ​ສຳນັກງານ​ຕັ້ງ​ຢູ່ Doha ຂ​​ອງ Quata, ວັນ​ທີ 03/07, ​ໄດ້​ລົງ​ພິມ​ບົດ​ຂຽນ​ຂອງ​ນັກ​ຂ່າວ Rorbeto Tofani ພາຍຫຼັງ​​​ໄປ​ສຳ​ຫຼວດຕົວ​ຈິ່ງ​ຢູ່​ພາກ​ກາງ​ຫວຽດນາມ. ບົດ​ຂຽນ​ໃຫ້​ຮູ້​ວ່າ: ​ເມື່ອ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​​ແຕ່​ຕົ້ນ​ເດືອນ 5 ຜ່ານ​ມາ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ມີ​ຄວາມ​​ເຄັ່ງ​ຕຶງຂຶ້ນ. ນັກ​ຂ່າວ Rorbeto Tofani ຖື​ວ່າ, ພາຍ​ຫຼັ​ງບັນ​ຫາ​ທີ່​ມີ​ລັກສະນະ​ຫຼາຍປະ​ເທດ​ຄື​ແນວ​ນັ້ນ, ​ຊາວ​ປະມົງ​ຫວຽດນາມ ບໍ່​ສາມາດ​ຫາ​ປາ​ຢູ່​ບັນດາ​ເຂດ​ເຊິ່ງ​ເຂົ້າ​ເຈົ້າ​ເຄີຍ​ເຄື່ອນ​ໄຫວ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ບັນດາ​ຊາວ​ປະມົງ​ດຳລົງ​ຊີວິດ​ໂດຍ​ອີງ​ໃສ່​ບັນດາ​ການ​ເຄື່ອນ​ໄຫວ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແຕ່​ວ່າ ຈີນ ​ໄດ້​ກີດຂວາງ​ເຂົ້າ​ເຈົ້າ​ຫາ​ປາ​ຢູ່​ບັນດາ​ເຂດ​ຂຶ້ນ​ກັບ​​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ນັກ​ຂ່າວ Rorbeto Tofani ຖື​ວ່າ, ນີ​ແມ່ນ​ຈຸດ​ເວລາ​ທີ່​ຊາວ​ປະມົງ​ຫວຽດນາມ ​ເອີ້​ມວ່າ​ລະດູ​ການຫາ​ປາຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ການ​ກະທຳ​ຂອງ​ຈີນ ​ໄດ້​ເຮັດ​ໃຫ້​ຊີວິດຂອງ​ຊາວ​ປະມົງ​ຫວຽດນາມ ປະສົບ​ກັບ​ຄວາມເປັນ​ຫຍຸ້ງຍາກ​ກວ່າ.

        ນັກ​ຂ່າວ Rorbeto Tofani ກໍ່​ຄັດ​ຄຳ​ເວົ້າ​ຂອງນັກ​ຊ່ຽວຊານ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ Erik Franckx ທີ່​ວ່າ: ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ​ເພື່ອ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດ່ຽວທີ່​ໄຮ້​ເຫດຜົນ​ຂອງ​ຈີນ. ນັກ​ຂ່າວ Rorbeto Tofani ​ໄດ້​ສະຫຼຸບ​ບົດ​ຂຽນ​ດ້ວຍ​ບັນດາຄວາມ​ປາດ​ຖະໜາ​ທີ່​​ງ່າຍດາຍຂອງ​ຊາວ​ປະ​ມົງຫວຽດນາມ ​ທີ່​ວ່າ: ​ໄດ້ສືບ​ຕໍ່​​ປະຕິບັດ​ວຽກ​ງານປະຈຳ​ວັນຂອງ​ເຂົ້າ​ເຈົ້າ​​ໃນສັນຕິພາບ.

ຂ່າວ/ບົດ​ອື່ນ