ນັກຄົ້ນຄ້ວາສິງກາໂປ:ອາຊຽນຄວນຕີລາຄາຄືນໄພນາບຂູ່ຈາກຈີນ

ນັກຄົ້ນຄ້ວາສິງກາໂປ:ອາຊຽນຄວນຕີລາຄາຄືນໄພນາບຂູ່ຈາກຈີນ - ảnh 1
ກຳປັ່ນຂອງຈີນຢູ່ທະເລຕາເວັນອອກ
(ພາບ:Sơn Bách/TTXVN)

(vovworld) – ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ທ່ານ David Koh, ທີ່​ປຶກສາ​ເອກະລາດ​ ຊາວ ສິງ​ກາ​ໂປ ​ທີ່ເຄີຍ​ຄົ້ນ​ຄ້ວາ​ກ່ຽວ​ກັບ ຫວຽດນາມ ​ໃນ​ຕະຫຼອດ 20 ປີ​ຜ່ານ​ມາ, ​ໃນ​ໜັງສືພິມ​ລາຍ​ວັນ “The Straits Times” ອອກ​ວັນ​ທີ 5/6, ຖື​ວ່າ: ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981  ຢ່າງ​ຜິ​ດກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​ແມ່ນ​ການສະ​ແດງ​​ໃຫ້​ເຫັນຢ່າງ​ຈະ​ແຈ້ງ “​ເຈດ​ຕະນາ​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ກັບສາກົນ”. ທ່ານ David ​ເນັ້ນ​ໜັກ​ວ່າ: ​ເລື່ອງ ຈີນ ນຳ​ໃຊ້​ກຳລັງ​​ເຄິ່ງການ​ທະຫານ​ຢູ່​ເຂດ​ນີ້​ໄດ້​ສ້າງ “ການ​ທ້າ​ທາຍ​ຢ່າງ​ຮ້າຍ​ແຮງ​ສຳລັບ​ບັນດາ​ຫຼັກການ​ພື້ນຖານ​ກ່ຽວ​ກັບ​ສັນຕິພາບ​ຢູ່​ພາກ​ພື້ນ ​ໃນ​ສ​ອງ, ສາມທົດ​ສະ​ວັດ​ທີ່​ຜ່ານ​ມາ”. ຕາມ​ທ່ານ David Koh ​ແລ້ວ, ​ໃນ 2 ທົດ​ສະ​ວັດ​ທີ່​ຜ່ານ​ມາ “ ຈີນ ພຽງ​ແຕ່​ເວົ້າລ້າໆ ​ກ່ຽວ​ກັບ​ແນວ​ຄວາມ​ຄິດ​ຂອງ​ປະມວນ​ຂໍ​້ກຳນົດກ່ຽວ​ກັບ​ການ​ປະພຶດ, ​ໃນ​ຂະນະ​ທີ່​ຍັງຄົງ​ດຳ​ເນີນການ​ຫັນ​​ກຳ​ລັງທະຫານ​​ເປັນ​ທັນ​ສະ​ໄໝ ​ແລະ ປັບປຸງ​ຖະ​ແຫຼ​ງການ​ອະທິປະ​ໄຕ​ຂອງ​ຕົນ”. ດັ່ງ​ນັ້ນ, ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ຄວນ​ມີ​ປະຕິກິລິຍາ​ລວມໝູ່.

        ນັກ​ຄົ້ນ​ຄ້ວາຂອງ​ສິງ​ກາ​ໂປ ຜູ້​ນີ້​ກໍ່​ຢັ້ງຢືນ​ວ່າ: ປະຈຸ​ບັນ​​​ໄດ້​ຮອດ​ເວລາ​ເພື່ອ​ໃຫ້ ອາ​ຊຽນ ຕີ​ລາຄາ​ຄືນ​ໄພ​ນາບ​ຂູ່​ຂອງ ຈີນ ​ສຳລັບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ໃນພາກ​ພື້ນ​ເຊິ່ງ ອາ​ຊຽນ ​ໄດ້​ສ້າງ​ຕັ້ງ ​ແລະ ບໍລິຫານ​ຢ່າງ​ລະມັດລະວັງ​ໃນ​ຕະຫຼອດ 4 ທົດ​ສະ​ວັດ​ຜ່ານ​ມາ​ແມ່ນຢູ່​ໃນ​ລະດັບ​ໃດ.

 

 


ຂ່າວ/ບົດ​ອື່ນ