ນັກຊ່ຽວຊານ Nigeria ເຂົ້າເມືອງ ຫວຽດນາມ ຕິດ​ເຊື້ອ​ໂຄວິດ - 19

(VOVWORLD) - ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກໜຶ່ງຄົນ ເຊິ່ງເປັນນັກຊ່ຽວຊານ Nigeria ເຂົ້າເມືອງ ຫວຽດນາມ.
ນັກຊ່ຽວຊານ Nigeria ເຂົ້າເມືອງ ຫວຽດນາມ ຕິດ​ເຊື້ອ​ໂຄວິດ - 19 - ảnh 1(ພາບປະກອບ: TTXVN)

ຂ່າວເວລາ 18 ໂມງ ຂອງວັນທີ 16 ມັງກອນ ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 15 ມັງກອນ ຫາເວລາ 18 ໂມງຂອງວັນທີ 16 ມັງກອນ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກໜຶ່ງຄົນ ເຊິ່ງເປັນນັກຊ່ຽວຊານ Nigeria ເຂົ້າເມືອງ ຫວຽດນາມ. ປັດຈຸບັນ, ພວມໄດ້ຮັບການແຍກຕົວ ແລະ ປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນ ສູນກາງ ສາຂາ ດົງແອັງ, ຮ່າໂນ້ຍ.

          ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1537 ຄົນ ໃນນັ້ນ ໄດ້ປິ່ນປົວ ຫາຍດີ 1380 ຄົນ ແລະ ມີ 35 ຄົນ ເສຍຊີວິດ

ຕອບກັບ

ຂ່າວ/ບົດ​ອື່ນ