ນັກຊ່ຽວຊານ ການາດາ ຕີລາຄາ ຫວຽດນາມ ໄດ້ນຳ APEC ໄປຖືກທິດ

(VOVWORLD) - ທ່ານ Stewart Beck ຖືວ່າ, ມີ 2 ໝາກຜົນສຳຄັນຈາກກອງປະຊຸມຢູ່ ດ່ານັ້ງ. ທີໜຶ່ງ, ແມ່ນບັນດາພື້ນຖານເສດຖະກິດສະມາຊິກລ້ວນແຕ່ ຮັບຮູ້ວ່າ ຫວຽດນາມ ພວມກາຍເປັນຄູ່ຮ່ວມມືເສດຖະກິດໃຫຍ່, ບໍ່ພຽງແຕ່ສະແດງໃຫ້ເຫັນໃນໝາກຜົນ APEC 2017
 
ນັກຊ່ຽວຊານ ການາດາ ຕີລາຄາ ຫວຽດນາມ ໄດ້ນຳ APEC ໄປຖືກທິດ - ảnh 1 ທ່ານ Stewart Beck, ປະທານ ທັງເປັນຜູ້ອຳນວຍການບໍລິຫານ (CEO) ກອງທຶນ ອາຊີ - ປາຊີຟິກ ການາດາ

ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ການາດາ, ທ່ານ Stewart Beck, ປະທານ ທັງເປັນຜູ້ອຳນວຍການບໍລິຫານ (CEO) ກອງທຶນ ອາຊີ - ປາຊີຟິກ ການາດາ, ຖືວ່າ: ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 25 ໄດ້ສິ້ນສຸດລົງຢ່າງຈົບງາມ ດ້ວຍບັນດາການປະກອບສ່ວນສຳຄັນຂອງພື້ນຖານເສດຖະກິດເຈົ້າພາບ ແລະ ຄຳໝັ້ນສັນຍາແທດຈິງຂອງບັນດາພື້ນຖານເສດຖະກິດສະມາຊິກ.

        ທ່ານ Stewart Beck ຖືວ່າ, ມີ 2 ໝາກຜົນສຳຄັນຈາກກອງປະຊຸມຢູ່ ດ່ານັ້ງ. ທີໜຶ່ງ, ແມ່ນບັນດາພື້ນຖານເສດຖະກິດສະມາຊິກລ້ວນແຕ່ ຮັບຮູ້ວ່າ ຫວຽດນາມ ພວມກາຍເປັນຄູ່ຮ່ວມມືເສດຖະກິດໃຫຍ່, ບໍ່ພຽງແຕ່ສະແດງໃຫ້ເຫັນໃນໝາກຜົນ APEC 2017 ແລະ ພື້ນຖານເສດຖະກິດຂະຫຍັນຂັນເຄື່ອນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນການປ່ຽນແປງຢ່າງແຮງເມື່ອທຽບໃສ່ຈຸດເວລາເປັນເຈົ້າພາບຈັດຕັ້ງເຫດການກ່ອນນີ້ 11 ປີອີກດ້ວຍ.

        ໝາກຜົນສຳຄັນທີ 2 ແມ່ນບັນດາຄຳໝັ້ນສັນຍາແທດຈິງໄດ້ຍົກອອກມາທີ່ເວທີປາໄສ. ຕາມທ່ານ Stewart Beck ແລ້ວ, ມີເຖິງ 20 ໃນຈຳນວນ 21 ພື້ນຖານເສດຖະກິດສະມາຊິກ APEC, ເວັ້ນເສຍແຕ່ ອາເມລິກາ, ໄດ້ໃຫ້ຄຳໝັ້ນສັນຍາເປີດປະຕູກັບລະບົບການຄ້າທົ່ວໂລກ. ການນຳບັນດາພື້ນຖານເສດຖະກິດເກືອບທັງໝົດ ລ້ວນແຕ່ຕັດສິນໃຈເດີນຕາມໂລກາພິວັດ ແລະ ພັດທະນາເສດຖະກິດຜ່ານການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ