ນັກ​ຊ່ຽວ​ຊານ ຈີນ: ຫວຽດ​ນາມ ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​

(VOVWORLD) - ພາລະກິດ ແລະ ມໍລະດົກການເມືອງ ໂດຍທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສຸມຈິດສຸມໃຈກໍ່ຕັ້ງໃນຕະຫຼອດຊີວິດນັ້ນ ໄດ້ມີຜູ້ສືບທອດແລ້ວ, ພາລະກິດປະຕິວັດ ຫວຽດນາມ ແນ່ນອນວ່າ ຈະໄດ້ຮັບການເສີມຂະຫຍາຍຢ່າງແຮງກວ່າອີກ. ນີ້ແມ່ນຂໍ້ສັງເກດຂອງທ່ານ ຫຼິງເຕື໊ອສວຽນ ນັກຄົ້ນຄວ້າສັງກັດ ສູນຄົ້ນຄວ້າບັນດາບັນຫາສາກົນ ຈີນ, ນັກຄົ້ນຄວ້າກ່ຽວກັບບັນດາບັນຫາ ຫວຽດນາມ.
ນັກ​ຊ່ຽວ​ຊານ ຈີນ: ຫວຽດ​ນາມ ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ (ພາບ: TTXVN)

ຕາມທ່ານແລ້ວ, ເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ດ້ວຍຈຳນວນບັດສະໜັບສະໜູນ  100% ໃນວັນທີ 03 ສິງຫາ ຜ່ານມາ ໄດ້ສະແດງໃຫ້ເຫັນສະພາບການເມືອງຂອງ ຫວຽດນາມ ເປັນປົກກະຕິ, ມີຄວາມເປັນລະບຽບຮຽບຮ້ອຍ, ການນຳພາຂອງພັກກອມມູນິດ ຫວຽດນາມ ຢ່າງໝັ້ນຄົງ, ເຂັ້ມແຂງ. ກ່ຽວກັບບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ນັກຄົ້ນຄວ້າ ຫຼິງເຕື໊ອສວຽນ ໃຫ້ຂໍ້ສັງເກດວ່າ ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຊີ້ໃຫ້ເຫັນວ່າ ນະໂຍບາຍຕ່າງປະເທດຂອງ ຫວຽດນາມ ຈະບໍ່ມີການປ່ຽນແປງໃນໄລຍະຈະມາເຖິງ. ແນວທາງການຕ່າງປະເທດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ ຈະສືບຕໍ່ໄດ້ຮັບການສືບທອດ ແລະ ເສີມຂະຫຍາຍ. ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ ແນ່ນອນວ່າ ພາຍໃຕ້ການຊີ້ນຳ, ນຳພາຂອງທ່ານເລຂາທິການໃຫຍ່ ສີຈີ້ນຜິງ ແລະ ທ່ານເລຂາທິການໃຫຍ່ ໂຕເລິມ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ຈະໄດ້ຮັບການເພີ່ມທະວີກວ່າອີກ; ເລື່ອງສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ຈະສືບຕໍ່ເຂົ້າສູ່ລວງເລິກ ແລະ ແທດຈິງກວ່າເກົ່າ.  

ຕອບກັບ

ຂ່າວ/ບົດ​ອື່ນ