ນັກ​ຊ່ຽວ​ຊານ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ໄວ​ຣັດ​ສາຍ​ພັນ​ໃໝ່ Delta Plus ເຊິ່ງ​ອາດ​ຈະ​ກໍ່​ການ​ແຜ່​ລະ​ບາດໂລກ​ລະ​ບາດ​ໂຄວິດ - 19 ​ຮອບ​ທີ 3 ຢູ່ ອິນ​ເດຍ

(VOVWORLD) - Delta Plus ໄດ້ຮັບຖືວ່າ ມີຄວາມສາມາດຕິດແປດຢ່າງສູງ ແລະ ແຜ່ລະບາດໄວກວ່າ. ພິເສດ, ປອກຕຸຍການ ມີຄວາມວິຕົກກັງວົນຕໍ່ຄວາມສ່ຽງແຜ່ລະບາດຮອບທີ 4 ໃນສະພາບການທີ່ ສາຍພັນໃໝ່ Delta ແຜ່ລະບາດຢ່າງຮ້າຍແຮງ, ເຊິ່ງກວມເອົາຫຼາຍກວ່າ 60% ຈໍານວນຜູ້ຕິດເຊື້ອໃໝ່ຢູ່ນະຄອນຫຼວງ Lisbon.

    ວັນທີ 22 ມິຖຸນາ, ລັດຖະບານ ອິນເດຍ ໃຫ້ຮູ້ວ່າ ໄດ້ກວດພົບ 22 ກໍລະນີຕິດເຊື້ອໄວຣັດສາຍພັນໃໝ່ Delta Plus ຈາກເຊື້ອໄວຣັດ SARS-CoV-2 ພ້ອມທັງເນັ້ນໜັກວ່າ ນີ້ແມ່ນ ສາຍພັນໃໝ່ທີ່ໜ້າວິຕົກກັງວົນ. Delta Plus ແມ່ນ ສາຍພັນໃໝ່ທີ່ປ່ຽນພັນຈາກ Delta ເຊິ່ງເປັນການກວດພົບຄັ້ງທຳອິດຢູ່ ອິນເດຍ ໃນຂະນະທີ່ປະເທດນີ້ ພວມຄ່ອຍໆຫຼຸດພົ້ນອອກຈາກການແຜ່ລະບາດຮອບທີ 2 ເມື່ອມີຈຳນວນຜູ້ຕິດເຊື້ອຫຼຸດລົງຫຼາຍ.

        ຄວາມວິຕົກກັງວົນດັ່ງກ່າວ ໄດ້ເລີ່ມມາຈາກສະພາບຕົວຈິງທີ່ວ່າ ໃນປັດຈຸບັນ ຍັງມີໜ້ອຍຂໍ້ມູນກ່ຽວກັບສາຍພັນໃໝ່ Delta Plus, ເຊິ່ງໄດ້ກວດພົບຢູ່ 9 ປະເທດໃນໂລກ ຄື ອາເມລິກາ, ອັງກິດ, ປອກຕຸຍການ, ສະວິດ, ຍີ່ປຸ່ນ, ໂປແລນ, ລັດເຊຍ, ຈີນ ແລະ ອິນເດຍ. Delta Plus ໄດ້ຮັບຖືວ່າ ມີຄວາມສາມາດຕິດແປດຢ່າງສູງ ແລະ ແຜ່ລະບາດໄວກວ່າ. ພິເສດ, ປອກຕຸຍການ ມີຄວາມວິຕົກກັງວົນຕໍ່ຄວາມສ່ຽງແຜ່ລະບາດຮອບທີ 4 ໃນສະພາບການທີ່ ສາຍພັນໃໝ່ Delta ແຜ່ລະບາດຢ່າງຮ້າຍແຮງ, ເຊິ່ງກວມເອົາຫຼາຍກວ່າ 60% ຈໍານວນຜູ້ຕິດເຊື້ອໃໝ່ຢູ່ນະຄອນຫຼວງ Lisbon.

ໃນຂະນະນັ້ນ, ໄລ່ຮອດຕອນເຊົ້າວັນທີ 23 ມິຖຸນາ, ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 180 ລ້ານຄົນ, ໃນນັ້ນ ມີເກືອບ 3,9 ລ້ານຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

        ສ່ວນຢູ່ ຫວຽດນາມ, ໃນວັນທີ 23 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 220 ຄົນ. ເປັນອັນວ່າ, ໄລ່ຮອດເວລາ 18 ໂມງຂອງວັນດຽວກັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 13.947 ຄົນ, ໃນນັ້ນ ມີ 5.684 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 70 ຄົນ ເສຍຊີວິດ.

ກ່ຽວກັບວຽກງານສັກວັກຊິນກັນພະຍາດໂຄວິດ - 19, ໄລ່ຮອດເວລາ 16 ໂມງຂອງ ວັນທີ 22 ມິຖຸນາ, ບັນດາທ້ອງຖິ່ນໄດ້ສັກວັກຊິນກັນພະຍາດໂຄວິດ - 19 ລວມທັງໝົດ ໄດ້ 2,57 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ