ນັກຊ່ຽວຊານ ມາເລເຊຍ ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020

(VOVWORLD) - ຕໍ່ໜ້າການແຜ່ລະບາດຂອງໂລກລະບາດຢ່າງກະທັນຫັນນັ້ນ, ຫວຽດນາມ ໄດ້ປະຕິບັດບັນດາມາດຕະການຮັບມືເປັນຢ່າງດີ, ຄວບຄຸມໂລກລະບາດຢ່າງວ່ອງໄວ ແລະ ປະສົບຜົນສຳເລັດ. ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດໜຶ່ງດຽວໃນ ອາຊຽນ ບັນລຸລະດັບການເຕີບໂຕເປັນບວກ.
ນັກຊ່ຽວຊານ ມາເລເຊຍ ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020 - ảnh 1 ທ່ານນາງປະລິນຍາເອກ Hoo Chiew Ping (ພາບ: TTXVN)

  ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດດຳເນີນກອງປະຊຸມສຸດຍອດ ອາຊຽນ 37, ທ່ານນາງປະລິນຍາເອກ Hoo Chiew Ping ອາຈານລະດັບສູງກ່ຽວກັບການຄົ້ນຄວ້າຍຸດທະສາດ ແລະ ການພົວພັນສາກົນ, ມະຫາວິທະຍາໄລແຫ່ງຊາດ ມາເລເຊຍ ຖືວ່າ: ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຊີວິດທຸກດ້ານສັບສົນປົນແປ ແລະ ແມ່ນສິ່ງທ້າທາຍສຳລັບ ຫວຽດນາມ ໃນການຈັດຕັ້ງ, ປະສານງານບັນດາໂຄງການດຳເນີນງານໃນປີປະທານ ອາຊຽນ 2020. ໃນສະພາບການນັ້ນ, ພາຍໃຕ້ການປະສານງານຂອງ ຫວຽດນາມ, ບັນດາການເຈລະຈາ ແລະ ກອງປະຊຸມ ອາຊຽນ ລ້ວນແຕ່ໄດ້ດຳເນີນຕາມຮູບການທາງອອນລາຍ, ເໝາະສົມກັບສະພາບໂລກລະບາດຜັນແປຢ່າງສັບສົນ.

        ກໍ່ມີທັດສະນະດຽວກັນ, ທ່ານປະລິນຍາເອກ Ngeow Chow Bing, ຫົວໜ້າສະຖາບັນຄົ້ນຄວ້າຈີນ, ມະຫາວິທະຍາໄລ Malaya (ມາເລເຊຍ) ໃຫ້ຂໍ້ສັງເກດວ່າ ເມື່ອ ຫວຽດນາມ ເລີ່ມຮັບຜິດຊອບຕຳແໜ່ງປະທານໝູນວຽນຂອງ ອາຊຽນ ກໍ່ແມ່ນໄລຍະໂລກຄ່ອຍໆປະເຊີນໜ້າດັບໂລກລະບາດໂຄວິດ-19. ຕໍ່ໜ້າການແຜ່ລະບາດຂອງໂລກລະບາດຢ່າງກະທັນຫັນນັ້ນ, ຫວຽດນາມ ໄດ້ປະຕິບັດບັນດາມາດຕະການຮັບມືເປັນຢ່າງດີ, ຄວບຄຸມໂລກລະບາດຢ່າງວ່ອງໄວ ແລະ ປະສົບຜົນສຳເລັດ. ສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດໜຶ່ງດຽວໃນ ອາຊຽນ ບັນລຸລະດັບການເຕີບໂຕເປັນບວກ.

ຕອບກັບ

ຂ່າວ/ບົດ​ອື່ນ