ນັກ​ຊ່ຽວ​ຊານ ມາ​ເລ​ເຊຍ: ມີ​ຫຼາຍໂອ​ກາດ​ພັດ​ທະ​ນາ ແລະ ລົງ​ທຶນ​ກັບ ຫວຽດ​ນາມ

(VOVWORLD) - ການຍູ້ແຮງການຮ່ວມມືດ້ານການຄ້າລະຫວ່າງສອງປະເທດຈະໜູນຊ່ວຍວິສາຫະກິດບັນລຸໄດ້ຜົນປະໂຫຍດຫຼາຍທີ່ສຸດ ແລະ ຊຸກຍູ້ການພັດທະນາກັບ ການປະກອບສ່ວນຂອງສອງຂະແໜງກະສິກຳ ແລະ ສິນໃນນ້ຳໃຫ້ແກ່ເສດຖະກິດຂອງສອງປະເທດ
ນັກ​ຊ່ຽວ​ຊານ ມາ​ເລ​ເຊຍ: ມີ​ຫຼາຍໂອ​ກາດ​ພັດ​ທະ​ນາ ແລະ ລົງ​ທຶນ​ກັບ ຫວຽດ​ນາມ - ảnh 1ທ່ານຮອງສາດສະດາຈານ, ປ.ອ Awang Azman Bin Awang Pawi (ພາບ: TTXVN)

ມາເລເຊຍ ມີຫຼາຍໂຮງງານຜະລິດ, ປຸງແຕ່ງ, ສູນຄົ້ນຄ້ວາ ແລະ ພັດທະນາ, ໃນຂະນະນັ້ນ ຫວຽດນາມ ມີແຫຼ່ງກຳລັງແຮງງານໜຸ່ມ, ລະດັບວິຊາສະເພາະສູງ ແລະ ມີວິຊາການເປັນຢ່າງດີ. ສົມທົບສອງປັດໄຈນີ້, ຫວຽດນາມ ແລະ ມາເລເຊຍ ຈະສາມາດສ້າງຫຼາຍໂອກາດພັດທະນາ ແລະ ລົງທຶນ.

ທ່ານຮອງສາດສະດາຈານ, ປ.ອ Awang Azman Bin Awang Pawi ສັງກັດມະຫາວິທະຍາໄລ Malaya ໄດ້ຍົກອອກຂໍ້ສັງເກດດັ່ງກ່າວໃນການແລກປ່ຽນກັບນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ Kuala Lumpur, ກ່ອນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ໃນລະຫວ່າງວັນທີ 20 – 21 ກໍລະກົດ.

ທ່ານຮອງສາດສະດາຈານ, ປ.ອ Awang Azman Bin Awang Pawi ເຊື່ອໝັ້ນວ່າ ເຈດຈຳນົງການຮ່ວມມື, ລົງທຶນ ແລະ ພັດທະນາຂອງນາຍົກລັດຖະມົນຕີສອງປະເທດຈະຊ່ວຍ ມາເລເຊຍ ແລະ ຫວຽດນາມ ພັດທະນາໃນຫຼາຍຂົງເຂດ, ບໍ່ມີພຽງແຕ່ການນຳເຂົ້າຜະລິດຕະພັນກະເສດ ແລະ ສິນໃນນ້ຳສິທະເລ ເທົ່ານັ້ນ. ຕາມທ່ານ Awang Azman Bin Awang Pawi ແລ້ວ, ການຍູ້ແຮງການຮ່ວມມືດ້ານການຄ້າລະຫວ່າງສອງປະເທດຈະໜູນຊ່ວຍວິສາຫະກິດບັນລຸໄດ້ຜົນປະໂຫຍດຫຼາຍທີ່ສຸດ ແລະ ຊຸກຍູ້ການພັດທະນາກັບ ການປະກອບສ່ວນຂອງສອງຂະແໜງກະສິກຳ ແລະ ສິນໃນນ້ຳໃຫ້ແກ່ເສດຖະກິດຂອງສອງປະເທດ, ປະກອບສ່ວນຍູ້ແຮງຄວາມວັດທະນາຖາວອນຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ