ນັກ​ຊ່ຽວ​ຊານ ລັດ​ເຊຍ: ການ​ເຂົ້າ​ຮ່ວມ​ຂອງ ຫວຽດ​ນາມ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ ເວ​ທ​ີ​ປ​າ​ໄສ​ເສດ​ຖະ​ກິດ​ຝ່າຍ​ຕາ​ເວັນ​ຕົກ ຄັ້ງ​ທີ 6

(VOVWORLD) -ໃນຫຼາຍປີຜ່ານມາ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າຂອງເວທີປາໄສ EEF ແລະ ການເຂົ້າຮ່ວມຂອງ ຫວຽດນາມ ຈະປະກອບສ່ວນນຳມາເຊິ່ງຜັນສຳເລັດໃຫ້ແກ່ເວທີປາໄສຄັ້ງນີ້. ເມື່ອ
ນັກ​ຊ່ຽວ​ຊານ ລັດ​ເຊຍ: ການ​ເຂົ້າ​ຮ່ວມ​ຂອງ ຫວຽດ​ນາມ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ ເວ​ທ​ີ​ປ​າ​ໄສ​ເສດ​ຖະ​ກິດ​ຝ່າຍ​ຕາ​ເວັນ​ຕົກ ຄັ້ງ​ທີ 6 - ảnh 1ນັກຊ່ຽວຊານ ລັດເຊຍ Grigory Trofimchuk ປະທານສະພານັກຊ່ຽວຊານກອງທຶນຄົ້ນຄວ້າ ອາຊີ - ເອີຣົບ (ພາບ: TTXVN)

ກ່ອນເວທີປາໄສເສດຖະກິດຝ່າຍຕາເວັນຕົກ (EEF) ຄັ້ງທີ 6 ຖືກດຳເນີນໃນລະຫວ່າງວັນທີ 2 ກັນຍາ ຫາວັນທີ 4 ກັນຍາ ຢູ່ Vladivostok, ນັກຊ່ຽວຊານ ລັດເຊຍ Grigory Trofimchuk ປະທານສະພານັກຊ່ຽວຊານກອງທຶນຄົ້ນຄວ້າ ອາຊີ - ເອີຣົບ, ຕີລາຄາວ່າ  ໃນຫຼາຍປີຜ່ານມາ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າຂອງເວທີປາໄສ EEF ແລະ ການເຂົ້າຮ່ວມຂອງ ຫວຽດນາມ ຈະປະກອບສ່ວນນຳມາເຊິ່ງຜັນສຳເລັດໃຫ້ແກ່ເວທີປາໄສຄັ້ງນີ້. ເມື່ອເຕື້ອງເຖິງການເຂົ້າຮ່ວມຂອງ ຫວຽດນາມ ໃນເວທີປາໄສເສດຖະກິດຈັດຂຶ້ນເປັນປະຈຳປີນີ້, ທ່ານປະທານສະພານັກຊ່ຽວຊານກອງທຶນຄົ້ນຄວ້າ ອາຊີ - ເອີຣົບ ຖືວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກທີ່ມີການເຂົ້າຮ່ວມຕັ້ງໜ້າທີ່ສຸດໃນຫຼາຍປີຜ່ານມາ. ຫວຽດນາມ ໄດ້ຍົກອອກບັນດາຂໍ້ລິເລີ່ມ, ຂໍ້ສະເໜີເປັນປະຈຳ ເພື່ອປະກອບສ່ວນໃຫ້ແກ່ການເຄື່ອນໄຫວລວມຂອງເວທີປາໄສ ແນໃສ່ສ້າງເງື່ອນໄຂຂະຫຍາຍຂອບເຂດໃຫ້ກວ້າງໃຫຍ່ກວ່າຢູ່ ຕາເວັນອອກໄກ. ຕາມທ່ານ Grigory Trofimchuk ແລ້ວ, ໃນໜຶ່ງທົດສະວັດຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນການສ້າງທ່ວງທ່າຈັ່ງຫວະ ແລະ ວິຖີການເຮັດວຽກຂອງຫຼາຍອົງການຈັດຕັ້ງສາກົນ, ຊຸກຍູ້ການຮ່ວມມືໃນຂອບເຂດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ