ນັກຊ່ຽວຊານ ລັດເຊຍ ຕີລາຄາສູງຄວາມມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ

(VOVWORLD) - ວັນທີ 27 ມິຖຸນາ, ສະຖານີວິທະຍຸ Sputnik ຂອງ ລັດເຊຍ ໄດ້ອອກຂ່າວ ໃນສະພາບການເພີ່ມທະວີການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດປ້ອງກັນ, ຕ້ານການສໍ້ລາດບັງຫລວງ ດ້ວຍເນື້ອໃນຕົ້ນຕໍແມ່ນການຕໍ່ສູ້ຕ້ານ “ສັດຕູພາຍໃນ”.
ນັກຊ່ຽວຊານ ລັດເຊຍ ຕີລາຄາສູງຄວາມມານະພະຍາຍາມປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງ ຫວຽດນາມ - ảnh 1 ກອງປະຊຸມທົ່ວປະເທດປ້ອງກັນ, ຕ້ານການສໍ້ລາດບັງຫລວງ (ພາບ: TTXVN)

ຕາມສະຖານີວິທະຍຸດັ່ງກ່າວແລ້ວ, ໃນບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ບັນດາການນຳລັດ, ລວມມີບັນດາອົງການກວດກາ ແລະ ປະຕິບັດກົດໝາຍຂອງ ຫວຽດນາມ, ໄດ້ສ້າງແຜນການຂະໜາດໃຫຍ່ ເພື່ອດັບສູນໄພສໍ້ລາດບັງຫລວງໃຫ້ສຸດກົກສຸດປາຍພາຍໃນປະເທດ.

        ໃນການຕອບສຳພາດຕໍໍ່ສະຖານີວິທະຍຸ Sputnik, ບັນດານັກຊ່ຽວຊານ ລັດເຊຍ ຕີລາຄາສູງໝາກຜົນຂອງກອງປະຊຸມດັ່ງກ່າວ. ທ່ານສາດສະດາຈານ Vladimir Kolotov ຫົວໜ້າສະຖາບັນ ໂຮ່ຈີມິນ ສັງກັດມະຫາວິທະຍາໄສສັງລວມແຫ່ງຊາດ St.Petersburg ເນັ້ນໜັກວ່າ ທ່ານ “ເອົາໃຈໃສ່ເປັນພິເສດເຖິງການຕໍ່ສູ້ຕ້ານການສໍ້ລາດບັງຫລວງ ໂດຍພັກກອມມູນິດ ຫວຽດນາມ ລິເລີ່ມ ບໍ່ມີເຂດຫ້າມ, ບໍ່ມີກໍລະນີໃຫ້ບຸລິມະສິດ, ນັບທັງບັນດາເຈົ້າໜ້າທີ່ຂັ້ນສູງ ຍັງຕ້ອງຖືກຮັບຜິດຊອບທາງວິໄນ ແລະ ຮັບຜິດຊອບທາງອາຍາ”.

ຕອບກັບ

ຂ່າວ/ບົດ​ອື່ນ