ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ອາ​ຊີ - ເອີ​ຣົບ

(VOVWORLD) - “ຫວຽດນາມ ແລະ ທະວີບ ອາຊີ - ເອີຣົບ” ແມ່ນຫົວຂໍ້ບົດຂຽນຂອງທ່ານ Grigory Trofimchuk, ປະທານສະພານັກຊ່ຽວຊານກອງທຶນໜູນຊ່ວຍ “ແນວຄວາມຄິດ ອາຊີ - ເອີຣົບ” ເຊິ່ງຫາກໍໄດ້ເອົາລົງໃນໜັງສືພິມເອເລັກໂຕນິກ Infox.ru. ບົດຂຽນດັ່ງກ່າວ ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນວິວັດການເຊື່ອມໂຍງຢູ່ ທະວິບ ອາຊີ - ເອີຣົບ.
ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ອາ​ຊີ - ເອີ​ຣົບ - ảnh 1(ພາບປະກອບ: TTXVN)

  ຕາມບົດຂຽນດັ່ງກ່າວແລ້ວ, ຫວຽດນາມ ພວມປັບປຸງທີ່ຕັ້ງບົດບາດຂອງຕົນ ບໍ່ແມ່ນວ່າດ້ວຍບັນດາຖະແຫຼງການເທົ່ານັ້ນ ແຕ່ແມ່ນດ້ວຍບັນດາດັດຊະນີເສດຖະກິດລະອຽດ. ເຖິງວ່າໃນສະພາບການໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບບໍ່ດີ ກໍຕາມ, ແຕ່ລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນປີ 2020 ຍັງຄົງບັນລຸໄດ້ 2,91% ແລະ ໃນປີ 2021, ຕາມການຄາດຄະເນຂອງ United Oversea Bank, ລະດັບການເຕີບໂຕ GDP ຂອງປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້ ອາດຈະບັນລຸໄດ້  7,1%. ດັ່ງນັ້ນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ ມີລະດັບການເຕີບໂຕ  GDP ສະເລ່ຍຕໍ່ຫົວຄົນສູງສຸດ.

        ບົດຂຽນດັ່ງກ່າວ ກໍໄດ້ຄັດສະເໜີຂໍ້ມູນຈາກບັນດາແຫຼ່ງຂ່າວທີ່ມີອິດທິພົນຊື່ສຽງ ໂດຍໃຫ້ຮູ້ວ່າ ຫວຽດນາມ ຈະນອນໃນກຸ່ມ 40 ພື້ນຖານເສດຖະກິດໃຫຍ່ສຸດຂອງໂລກ ແລະ ຢືນອັນດັບທີ 4 ໃນ ອາຊຽນ. ບົດຂຽນຖືວ່າ ໃນທົດສະວັດຈະມາເຖິງ ຈະແມ່ນໄລຍະເຕີບໂຕກ່ຽວກັບຄຸນນະພາບຂອງ ຫວຽດນາມ. ບັນດາຜົນສຳເລັດໃນການຮ່ວມມືເສດຖະກິດ ແລະ ການຄ້າ ລະຫວ່າງ ຫວຽດນາມ ແລະ ສະຫະພັນ ເສດຖະກິດ ອາຊີ - ເອີຣົບ ພວມສົ່ງເສີມບັນດາປະເທດ ອາຊຽນ ອື່ນ ເຂົ້າຮ່ວມບັນດາວິວັດການເຊື່ອມໂຍງໃນທະວີບ ອາຊີ - ເອີຣົບ ຢ່າງຕັ້ງໜ້າກວ່າ.           

ຕອບກັບ

ຂ່າວ/ບົດ​ອື່ນ