ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາ​ສາຍ​ພົ​ວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ບັນ​ລຸ​ບາດ​ກ້າວ​ທີ່​ໜ້າ​ປະ​ທັບ​ໃຈ

(VOVWORLD) -ປັດຈຸບັນ, ຫວຽດນາມ ແມ່ນປະເທດມີຄວາມເຊື່ອໝັ້ນດ້ວຍຕົນເອງຕໍ່ແນວທາງພັດທະນາຂອງຕົນ, ສ້າງທີ່ຕັ້ງບົດບາດເທື່ອລະກ້າວໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນທຸກໆກໍລະນີ ກໍຈະຕ້ອງປົກປັກຮັກສາຜົນປະໂຫຍດຂອງປະເທດຊາດ.
ນັກ​ຊ່ຽວ​ຊານ ລັດ​ເຊຍ ຕີ​ລາ​ຄາ​ສາຍ​ພົ​ວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ບັນ​ລຸ​ບາດ​ກ້າວ​ທີ່​ໜ້າ​ປະ​ທັບ​ໃຈ - ảnh 1

ນັກຂ່າວສຳນັກຂ່າວສານຫວຽດນາມ ກັບ ທ່ານ ສາດສະດາຈານ ປອ Vladimir Kolotov  (ພາບ: TTXVN)

ການໃນຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນ ຫວຽດນາມ ແລະ ອາເມລິກາ ສ້າງການພົວພັນດ້ານການທູດເປັນປົກກະຕິ, ທ່ານສາດສະດາຈານ ປອ Vladimir Kolotov ຫົວໜ້າສະຖາບັນໂຮ່ຈີມິນ ສັງກັດ ມະຫາວິທະຍາໄລສັງລວມແຫ່ງຊາດ  Saint Petersburg ສະຫະພັນລັດເຊຍ ໄດ້ ຢັ້ງຢືນວ່າ ພາຍຫຼັງ 25 ປີ, ຫວຽດນາມ ແລະ ອາເມລິກາ ໄດ້ຊອກຫາສຽງເວົ້າລວມ ເພື່ອແກ້ໄຂບັນດາບັນຫາໃນຫຼາຍຂົງເຂດທີ່ແຕກຕ່າງກັນຄື: ການຮ່ວມມືມະນຸດສະທຳ, ການສຶກສາ, ວັດທະນະທຳ ແລະ ພິເສດແມ່ນເສດຖະກິດ. ຕາມທ່ານແລ້ວ, ວິວັດທະນາການໄປສູ່ການສ້າງສາຍພົວພັນຂອງສອງປະເທດເປັນປົກກະຕິ ໄດ້ສະແດງໃຫ້ເຫັນວິໄສທັດຂອງຄະນະການນຳພັກ, ລັດຫວຽດນາມ ບົນພື້ນຖານການໝູນໃຊ້ຢ່າງມີຫົວຄິດປະດິດສ້າງແນວທາງການຕ່າງປະເທດຂອງປະທານໂຮ່ຈີມິນ. ທ່ານຖືວ່າ ປັດຈຸບັນ, ຫວຽດນາມ ແມ່ນປະເທດມີຄວາມເຊື່ອໝັ້ນດ້ວຍຕົນເອງຕໍ່ແນວທາງພັດທະນາຂອງຕົນ, ສ້າງທີ່ຕັ້ງບົດບາດເທື່ອລະກ້າວໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນທຸກໆກໍລະນີ ກໍຈະຕ້ອງປົກປັກຮັກສາຜົນປະໂຫຍດຂອງປະເທດຊາດ.


 

ຕອບກັບ

ຂ່າວ/ບົດ​ອື່ນ