ນັກ​ຊ່ຽວ​ຊານ ລັດ​ເຊຍ: ຫວຽດ​ນາມ ສາ​ມາດ​ເປັນ​ຂົວ​ຕໍ່​ການ​ຄ້າ​ລະ​ຫວ່າງ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ ກັບ ອາ​ຊຽນ

(VOVWORLD) -ດ້ວຍບົດບາດເປັນປະເທດທຳອິດທີ່ເຊັນສັນຍາການຄ້າເສລີ (FTA) ກັບ EAEU, ຫວຽດນາມ ສາມາດເປັນຂົວຕໍ່ ແລະ ສ້າງປະຖົມປັດໄຈໃຫ້ແກ່ປະເທດທີ່ເຂົ້າຮ່ວມສັນຍາ FTA ທີ່ກວ້າງໃຫຍ່ກວ່າ ລະຫວ່າງ EAEU ກັບ ອາຊຽນ.
ນັກ​ຊ່ຽວ​ຊານ ລັດ​ເຊຍ: ຫວຽດ​ນາມ ສາ​ມາດ​ເປັນ​ຂົວ​ຕໍ່​ການ​ຄ້າ​ລະ​ຫວ່າງ ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ ກັບ ອາ​ຊຽນ - ảnh 1ທ່ານ Anton Viktorovich Bredikhin, ນັກວິທະຍາສາດການເມືອງ, ບັນນາທິການໃຫຍ່ ວາລະສານວິທະຍາສາດ Arkhont ຂອງ ລັດເຊຍ ຕອບສຳພາດຕໍ່ນັກຂ່າວ ຫວຽດນາມ (ພາບ: TTXVN)

ຫວຽດນາມ ແມ່ນແບບຢ່າງທີ່ພົ້ນເດັ່ນກ່ຽວກັບການເຊື່ອມໂຍງລະຫວ່າງ ອາຊີ ກັບ ເອີຣົບ ແລະ ອາດຈະເປັນຂົວຕໍ່ແກ່ການຄ້າເສລີລະຫວ່າງ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU) ກັບ ອາຊຽນ. ນັ້ນແມ່ນຄຳຢືນຢັນຂອງທ່ານ Anton Viktorovich Bredikhin, ນັກວິທະຍາສາດການເມືອງ, ບັນນາທິການໃຫຍ່ ວາລະສານວິທະຍາສາດ Arkhont ຂອງ ລັດເຊຍ.

        ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ທ່ານ Bredikhin ຖືວ່າ ປັດຈຸບັນ, ສະຫະພັນເສດຖະກິດ ອາຊີ - ເອີຣົບ ບໍ່ພຽງແຕ່ແມ່ນເວທີເຊື່ອມໂຍງຂອງບັນດາປະເທດໃນໄລຍະຫຼັງສະຫະພາບ ໂຊວຽດ ເທົ່ານັ້ນ ຫາກຍັງແມ່ນເວທີຂອງບັນດາປະເທດອື່ນຄື ຫວຽດນາມ, ສິງກະໂປ, ເຊີເບຍ ອີກດ້ວຍ. ໃນນັ້ນ, ດ້ວຍບົດບາດເປັນປະເທດທຳອິດທີ່ເຊັນສັນຍາການຄ້າເສລີ (FTA) ກັບ EAEU, ຫວຽດນາມ ສາມາດເປັນຂົວຕໍ່ ແລະ ສ້າງປະຖົມປັດໄຈໃຫ້ແກ່ປະເທດທີ່ເຂົ້າຮ່ວມສັນຍາ FTA ທີ່ກວ້າງໃຫຍ່ກວ່າ ລະຫວ່າງ EAEU ກັບ ອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ