ນັກ​ຊ່ຽວ​ຊານ ລັດ​ເຊ​ຍ​ ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ​ກົ​ດ​ໝາຍ​ສາ​ກົນ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -    ນັກຊ່ຽວຊານ Ksenia Kuzmina, ຜູ້ອຳນວຍການໂຄງການ ອາຊີ - ປາຊີຟິກ ຂອງ ສະພາບັນດາບັນຫາພົວພັນກັນຕ່າງປະເທດຂອງ ລັດເຊຍ (RIAC), ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂການຂັດແຍ້ງການຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ກ່ອນອື່ນໝົດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS – 1982). 
ນັກ​ຊ່ຽວ​ຊານ ລັດ​ເຊ​ຍ​ ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ​ກົ​ດ​ໝາຍ​ສາ​ກົນ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ນັກຊ່ຽວຊານ Ksenia Kuzmina (ພາບ: TTXVN) 

    ພ້ອມກັນນັ້ນ, ຄວນສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການເຈລະຈາ ແລະ ການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ເພື່ອສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງບັນດາຝ່າຍ. ນອກຈາກນັ້ນ, ບັນດາປະເທດຄວນຄວບຄຸມ, ຫຼີກລ້ຽງບັນດາການກະທຳເກາະຜິດ ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ພາໄປເຖິງການປະທະກັນ ຫຼື ຕ້ອງປະເຊີນໜ້າກັບບັນດາຜົນຮ້າຍຢ້ອນຫຼັງ ເຊິ່ງຍາກທີ່ຈະຄວບຄຸມໄດ້.

        ນັກຊ່ຽວຊານ Ksennia Kuzmina, ກໍ ຢັ້ງຢືນວ່າ ລັດເຊຍ ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ຜ່ານບັນດາຊ່ອງທາງການເມືອງ, ກົດໝາຍ, ການທູດ ແລະ ອີງໃສ່ບັນດາຂໍ້ຕົກລົງສາກົນທີ່ພວມມີໃນປັດຈຸບັນ, ໃນນັ້ນມີ UNCLOS – 1982.


ຕອບກັບ

ຂ່າວ/ບົດ​ອື່ນ