ນັກຊ່ຽວຊານ ສິງກະໂປ: ເສດຖະກິດ ຫວຽດນາມ ພວມຟື້ນຟູຢ່າງແຮງ

(VOVWORLD) -ໃນ 6 ເດືອນຕົ້ນປີ 2022, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ເພີ່ມຂຶ້ນເກືອບ 9%, ຂຶ້ນເປັນ 10,1 ຕື້ USD.
ນັກຊ່ຽວຊານ ສິງກະໂປ: ເສດຖະກິດ ຫວຽດນາມ ພວມຟື້ນຟູຢ່າງແຮງ - ảnh 1(ພາບປະກອບ: TTXVN)

ວັນທີ 12 ກໍລະກົດ, ໜັງສືພິມ The Business Times ຂອງ ສິງກະໂປ ໄດ້ຄັດສະເໜີຄຳເຫັນຂອງບັນດານັກຊ່ຽວຊານດ້ານເສດຖະກິດຕີລາຄາວ່າ ພື້ນຖານເສດຖະກິດ ຫວຽດນາມ ພວມກັບຄືນສູ່ວິວັດການຟື້ນຟູຢ່າງແຮງໃນປີນີ້. ໃນ 6 ເດືອນຕົ້ນປີ 2022, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າ ຫວຽດນາມ ເພີ່ມຂຶ້ນເກືອບ 9%, ຂຶ້ນເປັນ 10,1 ຕື້ USD.

        ນັກເສດຖະກິດ Chua Han Teng ສັງກັດທະນາຄານ DBS ໃຫຍ່ສຸດຢູ່ ສິງກະໂປ, ຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ຈະບັນລຸ 7% ໃນປີ 2022, ຕອບສະໜອງເປົ້າໝາຍທີ່ໄດ້ວາງອອກ. ຕາມທ່ານແລ້ວ, ຂົງເຂດການບໍລິການຈະສືບຕໍ່ເຕີບໂຕຢ່າງແຮງ.

        ທະນາຄານ UOB ໄດ້ດັດປັບການຄາດຄະເນການເຕີບໂຕ GDP ປີ 2022 ຂອງ ຫວຽດນາມ ຂຶ້ນ 7%, ຈາກລະດັບ 6,5% ກ່ອນນັ້ນ. ຄວາມປະເອີບໃຈໄດ້ຮັບການປັບປຸງຍ້ອນການເຕີບໂຕ GDP ຕົວຈິງໃນໄຕມາດທີ 2 ປີ 2022 ຂອງ ຫວຽດນາມ ສູງກວ່າລະດັບຄາດຄະເນ, ດ້ວຍລະດັບເຕີບໂຕ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 - ເຊິ່ງເປັນລະດັບສູງສຸດໃນໄລຍະ 11 ປີ ແລະ ລື່ນກາຍການຄາດຄະເນກ່ອນໜ້ານັ້ນແມ່ນ 5,9%.

ຕອບກັບ

ຂ່າວ/ບົດ​ອື່ນ