ນັກ​ຊ່ຽວຊານ ສປຊ: ການ​ບຸກ​ໂຈມ​ຕີ​ຂອງ ອາ​ເມ​ລິ​ກາ ​​ທີ່​ແນ​ໃສ່ ນາຍ​ພົນ ອີຣານ ​ແມ່​ນຜິດ​ກົດໝາຍ

(VOVWORLD) -    ວັນທີ 07 ກໍລະກົດ, ທ່ານນາງ Agnes Callamard, ນັກລາຍງານພິເສດຂອງ ສປຊ ໃຫ້ຂໍ້ສັງເກດວ່າ ເຫດການທີ່ ອາເມລິກາ ດໍາເນີນການບຸກໂຈມທາງອາກາດດ້ວຍເຮືອບິນບໍ່ມີຄົນຂັບ ທີ່ເຮັດໃຫ້ນາຍພົນ Qasem Soleimani ຂອງ ອີຣານ ເສຍຊີວິດນັ້ນ ແມ່ນຜິດກົດໝາຍ.
ນັກ​ຊ່ຽວຊານ ສປຊ: ການ​ບຸກ​ໂຈມ​ຕີ​ຂອງ ອາ​ເມ​ລິ​ກາ ​​ທີ່​ແນ​ໃສ່ ນາຍ​ພົນ ອີຣານ ​ແມ່​ນຜິດ​ກົດໝາຍ - ảnh 1 (ພາບປະກອບ: AFP/TTXVN)

ຕາມທ່ານນາງ Callamard ແລ້ວ, ອາເມລິກາ ບໍ່ສາມາດຍົກອອກຫຼັກຖານໃດທີ່ສະແດງໃຫ້ເຫັນວ່າ ນາຍພົນ Qasem Soleimani ໄດ້ຂຶ້ນແຜນບຸກໂຈມຕີແນໃສ່ຜົນປະໂຫຍດຂອງ ອາເມລິກາ, ພິເສດແມ່ນຢູ່ ອີຣັກ, ກໍຄືການດໍາເນີນການບຸກໂຈມຕີທາງອາກາດຢູ່ປະເທດທີ 3 ແມ່ນຈໍາເປັນ. ທ່ານນາງ Callamard ຖືວ່າ ໂດຍອີງໃສ່ບັນດາຫຼັກຖານ ເຊິ່ງ ອາເມລິກາ ໄດ້ສະໜອງໃຫ້ຈົນຮອດຈຸດເວລານີ້, ເລື່ອງນາຍພົນ Qasem Soleimani ແລະ ຜູ້ທີ່ຕິດຕາມຈໍານວນໜຶ່ງເສຍຊີວິດ ໄດ້ສະແດງໃຫ້ເຫັນວ່າ ນີ້ແມ່ນການກະທໍາລະເມີດກົດໝາຍວ່າດ້ວຍສິດທິມະນຸດສາກົນ, ກົດບັດ ສປຊ ແລະ ອາເມລິກາ ຕ້ອງຮັບຜິດຊອບ. 

ຕອບກັບ

ຂ່າວ/ບົດ​ອື່ນ