ນັກ​ຊ່ຽວ​ຊານ ອົດ​ສະ​ຕ​າ​ລີ ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ສາ​ມາດ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ​ໄດ້

(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ໄດ້ສະແດງໃຫ້ເຫັນລັກສະນະຕໍ່ເນື່ອງໃນການຊີ້ນຳນຳພາ ແລະ ນະໂຍບາຍຂອງ ຫວຽດນາມ.
ນັກ​ຊ່ຽວ​ຊານ ອົດ​ສະ​ຕ​າ​ລີ ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ສາ​ມາດ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ​ໄດ້ - ảnh 1ພິທີອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ (ພາບ:TTXVN)

ວັນທີ 5 ກຸມພາ, ສະຖາບັນພົວພັນສາກົນ ອົດສະຕາລີ (AIIA) ໄດ້ລົງບົດຂຽນຂອງທ່ານ Kyle Springer, ນັກໄຈ້ແຍກຂັ້ນສູງ ຢູ່ ສູນ Perth USAsia, ໂດຍໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ໄດ້ສະແດງໃຫ້ເຫັນລັກສະນະຕໍ່ເນື່ອງໃນການຊີ້ນຳນຳພາ ແລະ ນະໂຍບາຍຂອງ ຫວຽດນາມ.

        ຜູ້ຂຽນບົດດັ່ງກ່າວຖືວ່າ ຜົນງານພົ້ນເດັ່ນ ແລະ ຍິ່ງໃຫຍ່ທີ່ສຸດຂອງ ຫວຽດນາມ ແມ່ນ ປະຕິບັດສຳເລັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງລວມມີ 15 ສະມາຊິກ ເມື່ອຮັບບົດບາດເປັນປະທານ ອາຊຽນ. ຍາມໃດ ຫວຽດນາມ ກໍສະແດງໃຫ້ເຫັນຄວາມສາມາດທາງດ້ານການທູດ ທີ່ມີລັກສະນະສ້າງສັນໃນບັນດາຂົງເຂດທີ່ແຕກຕ່າງກັນຂອງບັນຫາສາກົນ. ຫວຽດນາມ ໄດ້ຈັດຕັ້ງ ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ປີ 2019 ຢູ່ ຮ່າໂນ້ຍ ແລະ ສ້າງເງື່ອນໄຂໃຫ້ແກ່ ອາເມລິກາ ແລະ ລັດເຊຍ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ ໃນປີ 2011. ດ້ວຍພື້ນຖານການທູດຄືແນວນັ້ນ, ຫວຽດນາມ ພວມບັນລຸໄດ້ບັນດາຜົນງານໃໝ່ ພ້ອມກັບຖັນແຖວການນຳປັດຈຸບັນ, ສາມາດຕັ້ງຄວາມຫວັງວ່າ ຫວຽດນາມ ຈະບືນຕົວຂຶ້ນເພື່ອຮັບມືກັບບັນດາສິ່ງທ້າທາຍຂອງພາກພື້ນ ໃນໄລຍະ 5 ປີ ຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ