ນັກຊ່ຽວຊານ ອິນເດຍ ຢັ້ງຢືນວ່າຫວຽດນາມ ສວມບົດບາດສາກົນສຳຄັນຢູ່ບັນດາເວທີປາໄສທົ່ວໂລກ

(VOVWORLD) - ຕາມທະນາຄານໂລກ, ຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ໃນປີ 2018 ໄດ້ທົບ 2,7 ເທົ່າເມື່ອທຽບໃສ່ປີ 2002. GDP ສະເລ່ຍໃສ່ຫົວຄົນປີ 2019 ແມ່ນ 2.700 USD.
ນັກຊ່ຽວຊານ ອິນເດຍ ຢັ້ງຢືນວ່າຫວຽດນາມ ສວມບົດບາດສາກົນສຳຄັນຢູ່ບັນດາເວທີປາໄສທົ່ວໂລກ - ảnh 1ອິນເດຍ ຈະສືບຕໍ່ຮ່ວມມືກັບການນຳໃໝ່ຂອງ ຫວຽດນາມ ພາຍຫລັງກອງປະຊຸມຄັ້ງທີ XIII ຂອງພັກ (ພາບ: TTXVN)

  ເວັບໄຊຂອງກອງທຶນສາກົນ Vivekananda (VIF), ວັນທີ 30 ມັງກອນໄດ້ຄັດສະເໜີບົດຂຽນຂອງທ່ານ Brig Vinod Anand, ນັກຄົ້ນຄວ້າອາວຸໂສ ຢູ່ VIF. ບົດຂຽນໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເລືອກຕັ້ງຄະນະການນຳໃໝ່ຂອງປະເທດ, ສ້າງແຜນການອະນາຄົດ ເພື່ອນຳປະເທດ ຫວຽດນາມ ກາຍເປັນປະເທດພັດທະນາໃນປີ 2045 ແລະ ພັດທະນາການພົວພັນກັບບັນດາປະເທດ ແລະ ອົງການຈັດຕັ້ງຫລາຍຝ່າຍ.

ໃນສະພາບການນັ້ນ ຄວນຫວນຄືນບັນດາຜົນງານຍິ່ງໃຫຍ່ ຊື່ງ ຫວຽດນາມບັນລຸໄດ້ ພາຍໃຕ້ການນຳພາຂອງພັກໃນບັນດາຂົງເຂດພັດທະນາເສດຖະກິດ, ເຊື່ອມໂຍງເຂົ້າກັບສາກົນ ກໍ່ຄືບັນດາຂົງເຂດອື່ນ. ຕາມທ່ານ Brig Vinod Anand ແລ້ວ, ໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ ເຊິ່ງປະກອບສ່ວນເຂົ້າໃນຜົນສຳເລັດໃນປະຈຸບັນຂອງ ຫວຽດນາມ ແມ່ນການດຳເນີນກິດຈະການປ່ຽນແປງໃໝ່ເມື່ອປີ 1986.

ຕາມທະນາຄານໂລກ, ຍອດຜະລິດຕະພັນພາຍໃນປະເທດ (GDP) ສະເລ່ຍໃສ່ຫົວຄົນຂອງ ຫວຽດນາມ ໃນປີ 2018 ໄດ້ທົບ 2,7 ເທົ່າເມື່ອທຽບໃສ່ປີ 2002. GDP ສະເລ່ຍໃສ່ຫົວຄົນປີ 2019 ແມ່ນ 2.700 USD.

 ບົດຂຽນຢັ້ງຢືນວ່າ ອິນເດຍ ຈະສືບຕໍ່ຮ່ວມມືກັບການນຳໃໝ່ຂອງ ຫວຽດນາມ ພາຍຫລັງກອງປະຊຸມຄັ້ງທີ XIII ຂອງພັກ. ຫວັງວ່າ ການພົວພັນລະຫວ່າງ 2 ປະເທດ ຈະນັບມື້ນັບມີຄຸນນະພາບ ແລະ ເປີດກ້ວາງທັງຂອບຂະໜາດໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ