ນັກຊ່ຽວຊານ ອິນໂດເນເຊຍ ຍ້ອງຍໍສັນລະເສີນຍຸດທະສາດຄວບຄຸມໂລກລະບາດ 12 ຂໍ້ຂອງ ຫວຽດນາມ

(VOVWORLD) - ນັກປະພັນ, ນັກຂ່າວຊື່ດັງຊາວ ອິນໂດເນເຊຍ Agus Marwan, ເລຂານຸການເວທີປາໄສວັນນະຄະດີ ອິນໂດເນເຊຍ ຫາກໍ່ມີບົດວິເຄາະຍຸດທະສາດ 12 ຂໍ້ທີ່ສຳເລັດຜົນຂອງ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2. 
ນັກຊ່ຽວຊານ ອິນໂດເນເຊຍ ຍ້ອງຍໍສັນລະເສີນຍຸດທະສາດຄວບຄຸມໂລກລະບາດ 12 ຂໍ້ຂອງ ຫວຽດນາມ - ảnh 1 ນັກຊ່ຽວຊານ ອິນໂດເນເຊຍ ຍ້ອງຍໍສັນລະເສີນຍຸດທະສາດຄວບຄຸມໂລກລະບາດ 12 ຂໍ້ຂອງ ຫວຽດນາມ

  ໜັງສືພິມ Suara Mahardika ໄດ້ຄັດສະເໜີບົດຂຽນ, ໃນນັ້ນ, ທ່ານ Agus Marwan ຖືວ່າ: ຫວຽດນາມ, ດ້ວຍແຫຼ່ງກຳລັງຈຳກັດຢູ່, ແຕ່ສະກັດກັ້ນໂລກລະບາດໂຄວິດ-19 ປະສົບຜົນສຳເລັດ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມສາກົນ ແມ່ນຍ້ອນຫວຽດນາມ ມີຍຸດທະສາດ ແລະ ມາດຕະການສະກັດກັ້ນເປັນຢ່າງດີ. ໂດຍລະອຽດແມ່ນ, ນັບແຕ່ຫົວທີ ກ່ອນທີ່ໂລກລະບາດແຊກຊຶມເຂົ້າ, ບັນດາການນຳສູງສຸດຂອງ ຫວຽດນາມ ໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາມາດຕະການຮັບມື ດ້ວຍວິທີປຸກລະດົມບັນດາເງື່ອນໄຂ ແລະ ແຫຼ່ງກຳລັງທີ່ມີຢູ່ແລ້ວ.

          ນັກຂ່າວ Agus Marwan ໃຫ້ຮູ້ວ່າ: ບັນດາຍຸດທະສາດ ແລະ ການໜູນຊ່ວຍຂອງ ຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງແຮງຈາກປະຊາຊົນ. ການຮ່ວມມືລະຫວ່າງລັດຖະບານ ແລະ ປະຊາຊົນທຸກຖ້ວນຫນ້າພວມດຳເນີນໄປຢ່າງດີງາມ. ປະຊາຊົນມີລະບຽບວິໄນ ແລະ ປະຕິບັດຢ່າງເຂັ້ມງວດບັນດານະໂຍບາຍໂດຍລັດຖະບານວາງອອກ.

          ທ່ານ Agus Marwan ກໍ່ເວົ້າວ່າ ນອກຈາກເລື່ອງໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ຮັບຮູ້ຄວາມສຳເລັດຜົນຂອງຫວຽດນາມ ຈາກປະຊາຄົມສາກົນແລ້ວ, ຫວຽດນາມ ຍັງຊ່ວຍເຫຼືອບັນດາປະເທດອື່ນ ທີ່ພວມປະສົບກັບຄວາມຫຍຸ້ງຍາກໃນການຮັບມືກັບໂຄວິດ-19 ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ