ນັກຊ່ຽວຊານດ້ານເສດຖະກິດອົດສະຕາລີໃຫ້ຂໍ້ສັງເກດກ່ຽວກັບພື້ນຖານເສດຖະກິດຫວຽດນາມ

ນັກຊ່ຽວຊານດ້ານເສດຖະກິດອົດສະຕາລີໃຫ້ຂໍ້ສັງເກດກ່ຽວກັບພື້ນຖານເສດຖະກິດຫວຽດນາມ - ảnh 1
(ພາບ​ປະ​ກ​ອບ: TTXVN)

(vovworld) - ​​ໃນ​ບົດ​ຂຽນ​ຕີ​ລາ​ຄ​າ​ສະ​ພາບ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ 2016 ທີ່​ໄດ້​ອັ​ບລົງ​ໃນ​ເວັບ​ໄຊ “ເວ​ທີ​ປາ​ໄສ​ອາ​ຊ​ີ​ຕາ​ເວັນ​ອອກ” ສະ​ບັບ​ອອກ​ຫຼ້າ​ສຸດນີ້, ​​ນັກ​ຂຽນ​, ທ່ານ​ Suiwah Dean Leung, ສາດ​ສະ​ດາ​ຈານ​ກິ​ຕິ​ມະ​ສັກ​ກ່ຽວ​ກັບ​ດ້ານເສດ​ຖະ​ກິດ​​ຢູ່ໂຮງ​ຮຽນ​ນະ​ໂຍ​ບາຍ​ລັດ Crawford ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ອົດ​ສະ​ຕາ​ລີ ຖື​ວ່າ: ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໄດ້​ສະ​ແດງ​​ໃຫ້​ເຫັນ​ຄວາມ​ສາ​ມາດ​ໃນການ​ຟື້ນ​ຟ​ູ​ຕໍ່​ໜ້າ “​ຜັນ​ແປ​ທີ່​ສັບ​ສົນ” ໃນທົ່ວ​ໂລກ. ຕາມ​ທ່ານ​ສາດ​ສະ​ດາ​ຈານ Suiwah Dean Leung ແລ້ວ, ທະ​ນາ​ຄານ​ໂລກ (WB) ໄດ້​ຄາດ​ຄະ​ເນ​ລະ​ດັບ​ເຕີບ​ໂຕ​ GDP ຂອງ​ຫວຽດ​ນາມ ໃນ​ປີ 2016 ແມ່ນ​ປະ​ມານ 6%, ສູງກວ່າ​ເມື່ອ​ທຽບ​ໃສ່​ກັບບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ອື່ນ​ຂອງ​ອາ​ຊຽນ​ ຄື: ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ໄທ. ອັດ​ຕາ​ໄພ​ເງິນ​ເຟີ້​ຕ​່ຳ ແລະ ສະ​​ກຸນ​ເງິນ​ດົ່ງ​ຂອງ​ຫວຽດ​ນາມ ຍັງ​​​ເປັນ​ປົກ​ກະ​ຕິພໍ​ສົມ​ຄວນ​ ເມື່ອ​ທຽບ​ໃສ່​ສະ​ກຸນ​ເງິນ USD. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ທ່ານ​ສາດ​ສະ​ດາ​ຈານ Suiwah Dean Leung ຖື​ວ່າ, ຫວຽດ​ນາມ ຄວນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​​ໃຫ້ເປັນ​ປົກ​ກະ​ຕິ ເ​ພື່ອ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​​ໃຫຍ່ຫຼາຍ​ຢ່າງຄື: ການ​ຂາດ​​ສະ​ຖຽນ​ລະ​ພາບ​ມູນ​ຄ່າ​ເພີ່ມ​ໃນ​ການ​ລົງ​ທຶນ ແລະ ການ​ຄ້າ​ສາ​ກົນ.

ຂ່າວ/ບົດ​ອື່ນ