ນັກ​ຊ່ຽວ​ຊານ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ງານ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ

(VOVWORLD) - ນັບແຕ່ເມື່ອກາຍເປັນຄູ່ຮ່ວມມືຍຸດທະສາດຂອງກັນ ກ່ອນນີ້ 5 ປີ (2017), ໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ໃນ 3 ເສົາຄ້ຳຕົ້ນຕໍ ລວມມີ ເສດຖະກິດ, ການຄ້າ ແລະ ການລົງທຶນ; ການສຶກສາ ແລະ ບຳລຸງສ້າງ; ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແມ່ນມີຄວາມປະທັບໃຈທີ່ສຸດ. 
ນັກ​ຊ່ຽວ​ຊານ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ງານ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ - ảnh 1 ທ່ານ ປອ. ຫງວຽນຮົ່ງຫາຍ  ຕອບສຳພາດ (ພາບ:TTXVN)

ເລື່ອງ ຫວຽດນາມ ແລະ ອົດສະຕາລີ ສາມາດຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານນັ້ນ ຈະເປັນການພິສູດໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອສູງ ເຊິ່ງສອງປະເທດໄດ້ເພີ່ມພູນຄູນສ້າງ, ບໍ່ພຽງແຕ່ເຮັດໃຫ້ບັນດາເສົາຄ້ຳຮ່ວມມືໃນປັດຈຸບັນເລິກເຊິ່ງຂຶ້ນຕື່ມ ຫາກຍັງເປີດກວ້າງໄປສູ່ບັນດາຂົງເຂດຮ່ວມມືໃໝ່ ເປັນຕົ້ນແມ່ນການຕ້ານການປ່ຽນແປງຂອງດິນຟ້າອາກາດ, ຫັນເປັນດີຈີຕອນ, ເສດຖະກິດສີຂຽວ ແລະ ພະລັງງານສີຂຽວ. ນີ້ແມ່ນຂໍ້ສັງເກດຂອງທ່ານ ປອ. ຫງວຽນຮົ່ງຫາຍ, ນັກຄົ້ນຄວ້າສູນອະນາຄົດນະໂຍບາຍ, ມະຫາວິທະຍາໄລ Queensland (ປະເທດ ອົດສະຕາລີ), ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນວັນທີ 3 – 4 ມິຖຸນາ.

        ທ່ານ ປອ. ຫງວຽນຮົ່ງຫາຍ ເນັ້ນໜັກວ່າ: ນັບແຕ່ເມື່ອກາຍເປັນຄູ່ຮ່ວມມືຍຸດທະສາດຂອງກັນ ກ່ອນນີ້ 5 ປີ (2017), ໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ໃນ 3 ເສົາຄ້ຳຕົ້ນຕໍ ລວມມີ ເສດຖະກິດ, ການຄ້າ ແລະ ການລົງທຶນ; ການສຶກສາ ແລະ ບຳລຸງສ້າງ; ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແມ່ນມີຄວາມປະທັບໃຈທີ່ສຸດ. ປັດຈຸບັນ, ອົດສະຕາລີ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 7 ຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 10 ຂອງ ອົດສະຕາລີ. ປີ 2022, ຍອດວົງເງິນການຄ້າສອງສົ້ນບັນລຸເກືອບ 16 ຕື້ USD, ສະເພາະໃນໄຕມາດ I ປີ 2023 ແມ່ນ 3,4 ຕື້ USD. ໃນຂົງເຂດການສຶກສາ ແລະ ບຳລຸງສ້າງ, ອົດສະຕາລີ ກາຍເປັນໜຶ່ງໃນບັນດາຕະຫຼາດສຶກສາຕ່າງປະເທດທີ່ດຶງດູດນັກສຶກສາ ຫວຽດນາມ ມາຮຽນຫຼາຍທີ່ສຸດ. ເສົາຄ້ຳການຮ່ວມມືພັດທະນາທີສາມແມ່ນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ.

        ທ່ານ ປອ. ຫງວຽນຮົ່ງຫາຍ ຖືວ່າ: ຍູ້ແຮງການພົວພັນແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ ຈະເຮັດໃຫ້ການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ