ນັກຊ່ຽວຊານຢັ້ງຢືນສະເກັດຂອງເຮືອບິນ MH370

(VOVWORLD) - ນັກຊ່ຽວຊານເຮືອບິນອາວະກາດ ໄດ້ຢັ້ງຢືນວ່າ, ບັນດາສະເກັດທີ່ຊອກເຫັນຢູ່ຫາດຊາຍທະເລ Antsiraka ແມ່ນສ່ວນໜຶ່ງຢູ່ປະຕູເກັບຕີນຂອງເຮືອບິນລຳດັ່ງກ່າວ.
ນັກຊ່ຽວຊານຢັ້ງຢືນສະເກັດຂອງເຮືອບິນ MH370 - ảnh 1ສະເກັດທີ່ຊອກເຫັນຢູ່ຫາດຊາຍທະເລ Antsiraka
(ພາບ: Airlines Rating)

        ນັກຊ່ຽວຊານໄດ້ຢັ້ງຢືນວ່າ, ບັນດາສະເກັດທີ່ຊອກເຫັນຢູ່ຫາດຊາຍທະເລ Antsiraka ຢູ່ Madagascar ເມື່ອປີ 2019 ແມ່ນຂອງເຮືອບິນ Boeing 777-200ER ຂອງບໍລິສັດການບິນ Malaysia Airlines (MH370), ເມື່ອພວມປະຕິບັດການເດີນທາງຈາກສະໜາມບິນສາກົນ Kuala Lumpur ປະເທດ ມາເລເຊຍ ໃນເວລາ 00 ໂມງ 42 ນາທີ ຂອງວັນທີ 08 ມີນາ 2014 (ຕາມເວລາທ້ອງຖິ່ນ) ໄປຍັງສະໜາມບິນສາກົນ ປັກກິ່ງ (ຈີນ) ຖືກຫາຍສາບສູນໃນປີ 2014. ຕາມບົດລາຍງານທີ່ໄດ້ປະກາດໃນວັນທີ 31 ກໍລະກົດ, ໃນເວບໄຊສະເພາະກ່ຽວກັບບັ້ນຊອກຫາເຮືອບິນ MH370, ທ່ານ Richard Godfrey, ນັກຊ່ຽວຊານເຮືອບິນອາວະກາດ ໄດ້ຢັ້ງຢືນວ່າ, ບັນດາສະເກັດທີ່ຊອກເຫັນຢູ່ຫາດຊາຍທະເລ Antsiraka ແມ່ນສ່ວນໜຶ່ງຢູ່ປະຕູເກັບຕີນຂອງເຮືອບິນລຳດັ່ງກ່າວ.

ເຖິງວ່າ, ເກືອບ 10 ປີຜ່ານໄປແລ້ວ, ແຕ່ເຫດເຮືອບິນ MH370 ແລະ ຜູ້ໂດຍສານ 227 ຄົນ ພ້ອມກັບຈຸບິນທີ່ຖືກຫາຍສາບສູນນັ້ນຍັງເປັນສິ່ງລຶກລັບຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ