ນັກ​ຊ່ຽວ​ຊານ​ລັດ​ເຊຍ: ຜົ​ນ​ສຳ​ເລັດ​ຂອງ​ຫວຽດ​ນາມ ອາດ​ຖື​ວ່າ ແມ່ນ “ປະ​ກົດການ” ຂອງ​ປີ 2020

(VOVWORLD) - ທ່ານສາດສະດາຈານ Vladimir Mazyrin, ການນຳສູນຄົ້ນຄວ້າ ຫວຽດນາມ ແລະ ອາຊຽນຂອງສະຖາບັນຕາເວັນອອກໄກຂຶ້ນກັບສະພາມະຫາບັນດິດວິທະຍາສາດລັດເຊຍ ໃຫ້ຂໍ້ສັງເກດວ່າ ຜົນສຳເລັດຂອງ ຫວຽດນາມ ໃນປີ 2020 ອາດຖືວ່າແມ່ນ “ປະກົດການ”

ນັກ​ຊ່ຽວ​ຊານ​ລັດ​ເຊຍ: ຜົ​ນ​ສຳ​ເລັດ​ຂອງ​ຫວຽດ​ນາມ ອາດ​ຖື​ວ່າ ແມ່ນ “ປະ​ກົດການ” ຂອງ​ປີ 2020 - ảnh 1(ພາບປະກອບ/TTXVN)

ເມື່ອຕອບສຳພາດຕໍ່ Sputnik, ທ່ານສາດສະດາຈານ Mazyrin ໃຫ້ຮູ້ວ່າ ໝາກຜົນຕັ້ງໜ້າໃນສະພາບການຊຸດໂຊມ ແລະ ວິກິດການລວມ. ທ້າຍປີ 2020, ຫວຽດນາມ ບັນລຸລະດັບການເຕີບໂຕ 2,91%. ນີ້ແມ່ນຜົນສຳເລັດອັນໃຫຍ່ຫລວງ, ແນ່ນອນວ່າ ຈະຊ່ວຍໃຫ້ ຫວຽດນາມ ບືນຕົວຂຶ້ນອັນດັບສູງກ່ວາໃນບັນດາຕາຕະລາງທັງໝົດຂອງໂລກໃນໄລຍະຈະມາເຖິງ.

ຕາມທ່ານສາດສະດາຈານ Mazyrin ແລ້ວ, ຢູ່ ຫວຽດນາມ, ການຊຸດໂຊມການເຄືື່ອນໄຫວເສດຖະກິດດຳເນີນໃນໄລຍະສັ້ນ, ແມ່ນໃນໄຕມາດ 2 ປີ 2020 - ໄລຍະຈຸດສູງຂອງບັນດາມາດຕະການຕ້ານໂລກລະບາດໂຄວິດ-19. ໄຕມາດ 3, ເສດຖະກິດເຕີບໂຕ 2,69%, ໄຕມາດ 4 ແມ່ນ 4,48%. ຄາດຄະເນວ່າ ໃນໄຕມາດ 1 ປີ 2021, ບັນດາຕົວເລກດັ່ງກ່າວຈະສູງກ່ວາ.

ນັກຊ່ຽວຊານ ລັດເຊຍ ສະຫລຸບວ່າ: ໃນປີ 2020,  ຢູ່ ຫວຽດນາມ, ທຸກການຊຸດໂຊມລ້ວນແຕ່ບໍ່ມີລັກສະນະຫຍໍ້ທໍ້, ບໍ່ແມ່ນຕົວເລກລົບ. ສະນັ້ນ, ຕົວເລກເຕີບໂຕ GDP ຂອງຫວຽດນາມ ປີ 2020 ອາດຈະແມ່ນ 6 – 7%.

ຕອບກັບ

ຂ່າວ/ບົດ​ອື່ນ