ນັກຊ່ຽວຊານສິງກະໂປ ຕີລາຄາສູງວິໄສທັດພັດທະນາປີ 2045 ຂອງ ຫວຽດນາມ

(VOVWORLD) - ສຳຄັນທີ່ສຸດແມ່ນວິໄສທັດ 2045 ເພື່ອນຳປະເທດ ຫວຽດນາມ ກາຍເປັນພື້ນຖານເສດຖະກິດພັດທະນາ ແລະ ນີ້ຈະແມ່ນພາລະກຳ ເຊິ່ງຄະນະການນຳໃໝ່ຂອງ ຫວຽດນາມ ຈະແບກຫາບພາຍຫລັງກອງປະຊຸມໃຫຍ່.
ນັກຊ່ຽວຊານສິງກະໂປ ຕີລາຄາສູງວິໄສທັດພັດທະນາປີ 2045 ຂອງ ຫວຽດນາມ - ảnh 1(ພາບປະກອບ/TTXVN)

  ເວັບໄຊຂອງສະຖາບັນຄົ້ນຄວ້າບັນດາບັນຫາສາກົນ S.Rajaratnam (RSIS) ວັນທີ 29 ມັງກອນ ໄດ້ຄັດສະເໜີບົດວິເຄາະຂອງທ່ານ Yang Razali Kassim ກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ຕາມທ່ານ Yang ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນໃນໄລຍະສຳຄັນ. ນີ້ແມ່ນເຫດການສຳຄັນ ໃນສະພາບການ ຫວຽດນາມ ເລີ່ມມີການມອບໂອນການນຳພາ ເພື່ອປະຕິບັດເປົ້າໝາຍໃໝ່ແມ່ນໃນປີ 2045 ກາຍເປັນ "ພື້ນຖານເສດຖະກິດຕາມການກຳນົດທິດສັງຄົມນິຍົມ" ໃຫ້ປະກົດຜົນເປັນຈິງ.

ສຳລັບບັນດາເປົ້າໝາຍຍຸດທະສາດເຊິ່ງກອງປະຊຸມໃຫຍ່ວາງອອກ, ຕາມທ່ານ Yang ແລ້ວ, ສຳຄັນທີ່ສຸດແມ່ນວິໄສທັດ 2045 ເພື່ອນຳປະເທດ ຫວຽດນາມ ກາຍເປັນພື້ນຖານເສດຖະກິດພັດທະນາ ແລະ ນີ້ຈະແມ່ນພາລະກຳ ເຊິ່ງຄະນະການນຳໃໝ່ຂອງ ຫວຽດນາມ ຈະແບກຫາບພາຍຫລັງກອງປະຊຸມໃຫຍ່.
           

ຕອບກັບ

ຂ່າວ/ບົດ​ອື່ນ