ນັກຊ່ຽວຊານສະເໜີວິທີການຮ່ວມມືກັບ ຫວຽດນາມ ເພື່ອປະຕິບັດເປົ້າໝາຍອະນຸລັກຮັກສາປາຫິມະຢູ່ ຂົ້ວໂລກໃຕ້

(VOVWORLD) - CDS ແມ່ນລະບົບເອເລັກໂຕນິກທັງໝົດ ເຊິ່ງໄດ້ຜະລິດອອກເພື່ອຕິດຕາມປາຫິມະ ຈາກການສົ່ງເຂົ້າທຽບທ່າໃນຕະຫຼອດເຖິງການເຄື່ອນໄຫວຮອບວຽນດ້ານການຄ້າ.
ນັກຊ່ຽວຊານສະເໜີວິທີການຮ່ວມມືກັບ ຫວຽດນາມ ເພື່ອປະຕິບັດເປົ້າໝາຍອະນຸລັກຮັກສາປາຫິມະຢູ່ ຂົ້ວໂລກໃຕ້ - ảnh 1(ພາບປະກອບ: TTXVN)

        ຄະນະກຳມະການອະນຸລັກຮັກສາຊັບພະຍາກອນຊີວະສັດທະເລຂົ້ວໂລກໃຕ້ (CCAMLR) ໄດ້ຕິດຕໍ່ກັບລັດຖະບານ ຫວຽດນາມ, ສະເໜີໂອກາດຮ່ວມມືກັບຄະນະກຳມະການນີ້ ຜ່ານການສະໝັກໃຈເຂົ້າຮ່ວມແຜນຮ່າງເອກະສານຫາປາ (CDS) ສະຫງວນໃຫ້ແກ່ປາຫິມະຂອງຄະນະກຳມະການດັ່ງກ່າວ. ຂໍ້ສະເໜີດັ່ງກ່າວໂດຍທ່ານ Todd Dubois, ຜູ້ຄຸ້ມຄອງການຕິດຕາມ ແລະ ປະຕິບັດຕາມອາຊີບຫາປາຂອງ CCAMLR ຍົກອອກມາ, ໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ຫວ່າງມໍ່ໆມານີ້ ຢູ່ ອົດສະຕາລີ. ທ່ານ Todd Dubois ໃຫ້ຮູ້ວ່າ, CDS ແມ່ນລະບົບເອເລັກໂຕນິກທັງໝົດ ເຊິ່ງໄດ້ຜະລິດອອກເພື່ອຕິດຕາມປາຫິມະ ຈາກການສົ່ງເຂົ້າທຽບທ່າໃນຕະຫຼອດເຖິງການເຄື່ອນໄຫວຮອບວຽນດ້ານການຄ້າ. CCAMLR ໄດ້ຕິດຕໍ່ ແລະ ສົ່ງເສີມໃຫ້ ຫວຽດນາມ ພິຈາລະນາຮ່ວມມືກັບຄະນະກຳມະການ. ທ່ານ Todd Dubois ຢືນຢັນວ່າ, CCAMLR ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນທຸກດ້ານ ຖ້າຫາກ ຫວຽດນາມ ປາດຖະໜາຢາກຮ່ວມມືກັບ CCAMLR ຜ່ານການເຂົ້າຮ່ວມ CDS. ດ້ວຍວິທີດັ່ງກ່າວ, ຫວຽດນາມ ກໍ່ຈະໜູນຊ່ວຍ CCAMLR ປະຕິບັດບັນດາເປົ້າໝາຍອະນຸລັກຮັກສາ, ພ້ອມທັງໜູນຊ່ວຍບັນດາຄວາມມານະພະຍາຍາມຂອງທົ່ວໂລກ ເພື່ອຕ້ານຄືນການເຄື່ອນໄຫວຫາປາ IUU.

ຕອບກັບ

ຂ່າວ/ບົດ​ອື່ນ