ນັກຊ່ຽວຊານສາກົນ: ຫວຽດນາມ ມີທີ່ຕັ້ງທີ່ດີເພືອນຳອາຊຽນ ກ້າວຂຶ້ນ

(VOVWORLD) -ປີ 2020, ຫວຽດນາມ ມີຕາຕະລາງດຳເນີນງານຢ່າງຕໍ່ເນື່ອງ ເມື່ອດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

ນັກຊ່ຽວຊານສາກົນ: ຫວຽດນາມ ມີທີ່ຕັ້ງທີ່ດີເພືອນຳອາຊຽນ ກ້າວຂຶ້ນ - ảnh 1 ທ່ານ ປອ Frederick Kliem

(ພາບປະກອບ: cpg-online.de)

ວັນທີ 06 ກຸມພາ, ໜັງສືພິມອອນລາຍ Eurasia Review ໄດ້ລົງບົດຂຽນຂອງທ່ານ ປອ Frederick Kliem (ໂຮງຮຽນຄົ້ນຄວ້າສາກົນ S.Rajaratnam), ສັງກັດມະຫາວິທະຍາໄລເຕັກໂນໂລຊີ Nanyan (NTU, Singapore), ໂດຍໃຫ້ຂໍ້ສັງເກດວ່າ ຫວຽດນາມ ໄດ້ພົ້ນເດັ່ນຂຶ້ນຄືດັ່ງໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວທີ່ສຸດ ແລະ ແມ່ນປະເທດພົ້ນເດັ່ນຂອງອາຊຽນ.

          ຕາມບົດຂຽນແລ້ວ, ປີ 2020, ຫວຽດນາມ ມີຕາຕະລາງດຳເນີນງານຢ່າງຕໍ່ເນື່ອງ ເມື່ອດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ສິ່ງດັ່ງກ່າວໄດ້ວາງອອກສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ຫວຽດນາມ ເປັນຕົ້ນແມ່ນດ້ານພະລາທິການ, ແຕ່ໜ້າທີ່ຄວາມຮັບຜິດຊອບ “ 2 ຕຳແໜ່ງການທູດ” ນີ້ກໍ່ແມ່ນກາລະໂອກາດທີ່ຫາຍາກເພື່ອໃຫ້ ຮ່າໂນ້ຍ ຜັນຂະຫຍາຍນະໂຍບາຍການຕ່າງປະເທດທີມີການສົມທົບກັນເປັນຢ່າງດີ ແລະ ບັນລຸປະສິດທິຜົນຢ່າງສຸດຂີດ.

          ທ່ານ ປອ Frederick Kliem ຢືນຢັນວ່າ, ດ້ວຍບົດບາດນັບມື້ນັບຕັ້ງໜ້າຂອງຫວຽດນາມ ຢູ່ເວທີການເມືອງທົ່ວໂລກ ແລະ ໃນອາຊຽນ, ກໍຄືຢູ່ພາກພື້ນແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ຈະມີຫຼາຍສິ່ງຫຼາຍຢ່າງຕ້ອງໄດ້ສັງເກດໃນອາຊຽນ ປີ 2020 ແລະ ຫວຽດນາມ ມີທີ່ຕັ້ງທີ່ດີເພື່ອນຳອາຊຽນ ກ້າວຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ