ນັກຊ່ຽວຊານສາກົນກ່າວປະນາມບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນຢູ່ທະເລຕາເວັນອອກ

(VOVWORLD) -ບັນດາຄຳຮຽກສິດອະທິປະໄຕຂອງຈີນ ສຳລັບເນື້ອທີ່ສ່ວນຫຼາຍທະເລຕາເວັນອອກ ແມ່ນບໍ່ມີຄຸນຄ່າດ້ານນິຕິທຳ ແລະ ບັນດາການກະທຳພຽງລຳພັງຝ່າຍດຽວຂອງປະເທດນີ້ຢູ່ທະເລຕາເວັນອອກແມ່ນບໍ່ຊອບທຳ.

ນັກຊ່ຽວຊານກົດໝາຍທະເລ, ທັງແມ່ນທະນາຍຄວາມຊາວແບນຊິກ ທ່ານ Bernard Insel ເນັ້ນໜັກວ່າ: ສານຍຸຕິທຳສາກົນຢູ່ La Haye (ໂຮນລັງ) ປີ 2016 ໄດ້ປະຕິເສດຄຳຮຽກສິດອະທິປະໄຕຂອງຈີນ ສຳລັບອັນທີ່ເອີ້ນວ່າ “ເສັ້ນ 9 ຕອນ” ຢູ່ທະເລຕາເວັນອອກ ແລະ ບັນດາຄຳຮຽກສິດທີ່ໄຮ້ເຫດຜົນຂອງຈີນ ບໍ່ສາມາດເຮັດໃຫ້ປ່ຽນແປງເນື້ອແທ້ຂອງເຂດທະເລນີ້ ໂອຍອີງຕາມສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ທ່ານເນັ້ນໜັກວ່າ, ທະເລຕາເວັນອອກແມ່ນເສັ້ນທາງທະເລມີການໄປມາຢ່າງຟົດຟື້ນທີ່ສຸດໃນໂລກ, ສະນັ້ນເຂດທະເລນີ້ໄດ້ມີບົດບາດຍຸດທະສາດຕໍ່ກັບຫຼາຍປະເທດ ແລະ ພາກພື້ນ. ບັນດາການເຄື່ອນໄຫວຢູ່ທະເລຕາເວັນອອກ ຕ້ອງອີງໃສ່ບັນດາຫຼັກການເສລີໃນການເດີນເຮືອຢູ່ທະເລ ກໍຄືບັນດາຫຼັກການຂອງກົດໝາຍສາກົນກ່ຽວກັບທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ