ນັກຊ່ຽວຊານສາກົນຕີລາຄາສູງບົດບາດຂອງຫວຽດນາມສຳລັບ APEC 2017

(VOVWORLD) -ສາດສະດາຈານ Yeah Kim Leng ສັງກັດມະຫາວິທະຍາໄລ Sunway ປະເທດ ມາເລເຊຍ ໄດ້ຕີລາຄາສູງບົດບາດຂອງຫວຽດນາມ ສຳລັບບັນດາການເຄື່ອນໄຫວຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ປີ 2017 ພ້ອມທັງສະແດງຄວາມຫວັງຫລາຍຢ່າງຕໍ່ບັນດາໝາກຜົນທີ່ບັນລຸໄດ້ຢູ່ APEC ຄັ້ງນີ້ ດ້ວຍບົດບາດຂອງປະເທດເຈົ້າພາບຫວຽດນາມ. 

ນັກຊ່ຽວຊານສາກົນຕີລາຄາສູງບົດບາດຂອງຫວຽດນາມສຳລັບ APEC 2017 - ảnh 1 ພາບປະກອບ

ຕາມສາດສະດາຈານ Yeah Kim Leng  ແລ້ວ, ຫົວຂໍ້ “ສ້າງກຳລັງຫນູນໃຫມ່ຕື່ມອີກ, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ” ຊື່ງຫວຽດນາມ ໄດ້ຍົກອອກມາໃຫ້ປີ APEC 2017 ແມ່ນເໝາະສົມ ຂະນະທີ່ ອາຊີ - ປາຊີຟີກ ປະຈຸບັນຍັງຄົງແມ່ນພາກພື້ນພັດທະນາຢ່າງຂະຫຍັນຂັນເຄື່ອນກວ່າໝູ່ໃນໂລກ. ກ່ຽວກັບບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນຖານະເປັນເຈົ້າພາບຂອງ APEC 2017, ສາດສະດາຈານ Yeah Kim Leng  ຖືວ່າ: ຖ້າຫາກຫວຽດນາມລະດົມເປັນເຄືອຄ່າຍໄດ້, ເວລານັ້ນບັນດາປະເທດສະມາຊິກ ສາມາດເພີ່ມທະວີຄວາມມານະພະຍາຍາມ, ມຸ່ງໄປເຖິງການເຊື່ອມໂຍງເຂົ້າກັບພາກພື້ນ. ສິ່ງດັ່ງກ່າວຈະຊ່ວຍສ້າງເວທີປາໄສລວມເພື່ອຮັບປະກັນວ່າ: ການຄ້າໃນພາກພື້ນ ອາຊີ ປາຊີຟີກ ສືບຕໍ່ໄດ້ຮັບການຫັນເປັນເສລີ.

ສ່ວນທ່ານສາດສະດາຈານ Go Ito ນັກຊ່ຽວຊານຂະແຫນງພົວພັນກັບສາກົນ, ວິທະຍາສາດການເມືອງ, ມະຫາວິທະຍາໄລ Meji ໄດ້ຢືນຢັນເຖິງບົດບາດສຳຄັນຂອງຫວຽດນາມໃນວິວັດການຮ່ວມມື APEC ກໍຄືຄວາມໝາຍຂອງເລື່ອງຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດ APEC 2017. ຕາມທ່ານສາດສະດາຈານແລ້ວ, ໃນ ອາຊຽນ, ຫວຽດນາມ ແມ່ນປະເທດມີພື້ນຖານເສດຖະກິດພວມພົ້ນເດັ່ນຂຶ້ນ ດ້ວຍລະດັບເຕີບໂຕເປັນຫນ້າປະທັບໃຈ. ເລື່ອງຫວຽດນາມ ເປັນເຈົ້າພາບ ຈັດຕັ້ງກອງປະຊຸມ APEC ເປັນຄັ້ງທີສອງແມ່ນສະແດງໃຫ້ເຫັນຄວາມສຳຄັນໃນນະໂຍບາຍ ຍາວນານ ຂອງຫວຽດນາມກ່ຽວກັບການຫັນການພົວພັນຕ່າງປະເທດເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ.

ໃນຂະນະນັ້ນ ສາດສະດາຈານ Carl Thayer ນັກຊ່ຽວຊານຄົ້ນຄ້ວາກ່ຽວກັບຫວຽດນາມ ສັງກັດວິທະຍາຄານປ້ອງກັນຊາດ ອົດສະຕາລີ ຖືວ່າ: ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ໂຄງການດຳເນີນງານປະຕິຮູບຂອງ APEC ໃນການປະຊຸມຂອງບັນດາກຸ່ມປະຕິບັດງານ, ບັນດາເຈົ້າຫນ້າອາວຸໂສ ແລະ ບັນດາລັດຖະມົນຕີ. 

ຕອບກັບ

ຂ່າວ/ບົດ​ອື່ນ