ນັກຊ່ຽວຊານສາກົນຕີລາຄາສູງສັນຍາ RCEP

(VOVWORLD) - ດ້ວຍຕະຫລາດທີ່ມີປະຊາກອນ 2,2 ຕື້ຄົນ ກວມເອົາ 30% ປະຊາກອນໃນໂລກ, ຍອດ GDP 26,2 ພັນຕື້ USD ເທົ່າກັບ 30% GDP ທົ່ວໂລກ ແລະ ກວມເອົາເກືອບ 28% ການຄ້າທົ່ວໂລກ (ຕົວເລກ 2019), RECP ແມ່ນຂໍ້ຕົກລົງການຄ້າເສລີໃຫຍ່ສຸດໃນໂລກ.
ນັກຊ່ຽວຊານສາກົນຕີລາຄາສູງສັນຍາ RCEP - ảnh 1 ທ່ານສາດສະດາຈານ Yeah Kim Leng (ພາບ: TTXVN)

ທ່ານສາດສະດາຈານ Yeah Kim Leng, ຫົວໜ້າໂຄງການຄົ້ນຄວ້າເສດຖະກິດຢູ່ສະຖາບັນ Jeffrey Cheah ກ່ຽວກັບອາຊີຕາເວັນອອກສ່ຽງໃຕ້, ຂຶ້ນກັບມະຫາວິທະຍາໄລ Sunway (ມາເລເຊຍ) ຖືວ່າ: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແມ່ນຈຸດພົ້ນເດັ່ນສຳຄັນຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ນຳມາເຊິ່ງທັງກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ ມາເລເຊຍ ແລະ ຫວຽດນາມ.     ຕາມທ່ານສາດສະດາຈານ Yeah Kim Leng ແລ້ວ, ຫວຽດນາມ ແລະ ມາເລເຊຍ ແມ່ນ 2 ໃນຈຳນວນບັນດາປະເທດໄດ້ຮັບຜົນປະໂຫຍດ ເມື່ອ 2 ປະເທດມີບັນດາຂະແໜງອຸດສາຫະກຳກຳນົດທິດສົ່ງອອກຫລວງຫລາຍ ແລະ ມີແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ.

        ສ່ວນທ່ານ Robert Lawrence, ປະທານກອງທຶນ Kuhn ທີ່ມີສຳນັກງານຕັ້ງຢູ່ ອາເມລິກາ, ຫວ່າງແລ້ວນີ້ໄດ້ໃຫ້ຂໍ້ສັງເກດວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແມ່ນຕົວຢາງດີເດັ່ນ ໃຫ້ແກ່ຫລາຍປະເທດພ້ອມກັນຜ່ານຜ່າຄວາມບໍ່ລົງລອຍກັນດ້ານການເມືອງ ແລະ ຫລຸດຜ່ອນຮົ້ວກີດຂວາງດ້ານການຄ້າ ເພື່ອມຸ່ງໄປເຖິງຜົນປະໂຫຍດການພັດທະນາ.

        ດ້ວຍຕະຫລາດທີ່ມີປະຊາກອນ 2,2 ຕື້ຄົນ ກວມເອົາ 30% ປະຊາກອນໃນໂລກ, ຍອດ GDP 26,2 ພັນຕື້ USD ເທົ່າກັບ 30% GDP ທົ່ວໂລກ ແລະ ກວມເອົາເກືອບ 28% ການຄ້າທົ່ວໂລກ (ຕົວເລກ 2019), RECP ແມ່ນຂໍ້ຕົກລົງການຄ້າເສລີໃຫຍ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ