ນັກຊ່ຽວຊານອົດສຕາລີ ຄັດຄ້ານທັດສະນະຂອງຈີນໃນບັນຫາທະເລຕາເວັນອອກ

ນັກຊ່ຽວຊານອົດສຕາລີ ຄັດຄ້ານທັດສະນະຂອງຈີນໃນບັນຫາທະເລຕາເວັນອອກ - ảnh 1
ທ່ານສາດສະດາຈານ Carlyle A Thayer
(ພາບ: TTXVN)


(vovworld) –  ພາຍຫຼັງ​ໜັງສືພິມ​ຂອງ​ອົດສຕາ​ລີ ບາງ​ສະບັບ​ໄດ້​ລົງ​ພິມ​ບົດ​ຂຽນ​ຂອງ​ນັກ​ຄົນ​ຄວ້າ ​ແລະ ການທູດຈີນ 2 ຄົນ ດ້ວຍ​ເນື້ອ​ໃນ​ເຊັ່ນ​ດຽວ​ກັນ​ທີ່​ວ່າ “ຫວຽ​ດນາມ ບໍ່​ມີຄຳຖະ​ແຫຼ​ງດ້ານ​ກົດໝາຍ ກ່ຽວ​ກັບ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ”, ທ່ານສາດສະດາຈານ Carlyle A Thayer, ນັກ​ຄົ້ນຄວ້າກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ທີ່​ມີ​ຊື່​ສຽງ ສັງກັດ​ສະ​ຖາ​ບັນ​ປ້ອງ​ກັນຊາ​ດອົດສຕາ​ລີ ​ໄດ້​ໂຕ້ຕອບ​ກັບສຳນັກ​ໜັງສືພິມຕ່າງໆ, ໂດຍຄັດຄ້ານ​ຢ່າງ​ແຮງ​ສັດທະ​ນະ​ຂອງນັກ​ຄົ້ນຄວ້າ 2 ຄົນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ຄວາມ​ເຄັ່ງ​ຕຶງ​ກັບ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃນ​ປະຈຸ​ບັນ.

        ກ່ຽວ​ກັບ​ບົດ​ຂຽນ​ຂອງ​ນັກຂຽນ ຈາວ​ຈິງ​ໄຮ່, ຫົວໜ້າ​ສູນ​ຄົ້ນຄວ້າ​ຮ່ວມ​ມື ​ແລະ ຄວາມ​ປອດ​ໄພ​​ໃນ​ການ​ເດີນ​ທະ​ເລ, ຂຶ້ນ​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ສາກົນ​ຈີນ ​ໄດ້​ລົງ​ພິມ​ໃນ​ໜັງສືພິມ “Autrakian Financial Review” ​ເມື່ອ​ວັນ​ທີ 11/06 ທ່ານສາດສະດາຈານ Carlyle A Thayer ຢືນຢັນ ນີ້​ບໍ່​ແມ່ນ​ບົດ​ວິຈານ​ມີ​ລັກສະນະ​ວິຊາ​ການ ​ເມື່ອ​ພຽງ​ຊີ້​ແຈ້ງ​ນະ​ໂຍບາຍ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ. ທ່ານສາດສະດາຈານ Carlyle A Thayer ຄັດຄ້ານ​ຂໍ້​ອ້າງ​ຂອງ​ນັກຂຽນ ຈາວ​ຈິງ​ໄຮ່ ທີ່ຖື​ວ່າ ກົດໝາຍ​ສາກົນພວມ​ປົກ​ປ້ອງ​ຈີນ ຍ້ອນ​ຮ້ານ​ເຈາະມ້ຳມັນ​ໄຮ່​ຢາງ ນອນ​ໃນເຂດ​ໄກ້​ຄຽງ​ຂອງ​ຈີນ. ຕາມທ່ານສາດສະດາຈານ Carlyle A Thayer ​ແລ້ວ, ​ເລື່ອງ​ຈີນ ນຳ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ພ້ອມ​ກັບ​ບັນດາ​ກຳ​ປັ່ນ​ຮົບ​ເຂົ້າ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ໄຮ້​ເຫດຜົນ, ລະ​ເມີດ​ກົດໝາຍສາກົນ​ຢ່າງ​ຮ້າຍ​ແຮງ. ທ່ານສາດສະດາຈານ Carlyle A Thayer ​ເນັ້ນ​ໜັກ​ວ່າ ຈີນ ກໍ່​ເສກ​ສັນ​ປັ້ນ​ແຕ່ງຈົດໝາຍ​​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມວັນ​ດົ່ງ ​ເມື່ອ​ປີ 1958 ​ແລະ ​ຜູ້​ຂຽນ ຈາວ​ຈິງ​ໄຮ່ ພວມ​ໂຄສະນາ​ຂໍ້​ມູນ​ທີ່​ບໍ່​ຖືກຕ້ອງ. ທ່ານສາດສະດາຈານ Carlyle A Thayer ຖື​ວ່າ ຈີນ ຄວນ​ມີ​ປະຕິກິ​ລະ​ຍາ​ທີ່​ຕັ້ງ​ຫນ້າ​ສຳ​ລັບ​ຄວາມ​ຮຽກຮ້ອງ​ຢ່າງ​ຕໍ່​ເນື່ອງຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ