ນັກຊ່ຽວຊານອິນເດຍ: ຈີນຢາກຫັນບັນດາສິ່ງທີ່ຜິດກົດໝາຍໃຫ້ກາຍເປັນສິ່ງທີ່ຖືກຕ້ອງຕາມກົດໝາຍ

(VOVWORLD) -ຈີນຫັນບັນດາສິ່ງທີ່ຜິດກົດໝາຍໃຫ້ກາຍເປັນສິ່ງທີ່ຖືກຕ້ອງຕາມກົດໝາຍ, ຈາກນັ້ນ ເພື່ອແນໃສ່ຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກ.
ນັກຊ່ຽວຊານອິນເດຍ: ຈີນຢາກຫັນບັນດາສິ່ງທີ່ຜິດກົດໝາຍໃຫ້ກາຍເປັນສິ່ງທີ່ຖືກຕ້ອງຕາມກົດໝາຍ - ảnh 1 (ນັກຄົ້ນຄວ້າ ທ່ານນາງ Pooja Bhatt)

ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ຽວກັບເລື່ອງ ຫວ່າງມໍ່ໆມານີ້ ຈີນ ໄດ້ຖະແຫຼງສ້າງຕັ້ງອັນທີ່ເອີ້ນວ່າ  “ເຂດຊີຊາ” ແລະ “ເຂດໜານຊາ” ຂຶ້ນກັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ. ນັກຄົ້ນຄວ້າ ທ່ານນາງ Pooja Bhatt, ສັງກັດໂຮງຮຽນຄົ້ນຄວ້າສາກົນ, ມະຫາວິທະຍາໄລ Jawaharlal Nehru, ອິນເດຍ ຖືວ່າ, ຈີນຫັນບັນດາສິ່ງທີ່ຜິດກົດໝາຍໃຫ້ກາຍເປັນສິ່ງທີ່ຖືກຕ້ອງຕາມກົດໝາຍ, ຈາກນັ້ນ ເພື່ອແນໃສ່ຖະແຫຼງອະທິປະໄຕຢູ່ທະເລຕາເວັນອອກ. ຍ້ອນເຫດນັ້ນ, ບັນດາປະເທດຄວນຍົກອອກຖະແຫຼງການຮ່ວມ ຮຽກຮ້ອງຈີນ ຢຸດຕິບັນດາການກະທຳລະເມີດກົດໝາຍຢູ່ທະເລຕາເວັນອອກ, ແທນທີ່ຍົກອອກບັນດາຄຳຖະແຫຼງພຽງລຳພັງຝ່າຍດຽວ.

        ນັກຄົ້ນຄວ້າອິນເດຍທ່ານນີ້ ກໍ່ເນັ້ນໜັກວ່າ, ໂດຍແມ່ນຝ່າຍໜຶ່ງເຂົ້າຮ່ວມສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຈີນ ຕ້ອງປະຕິບັດບັນດາຂໍ້ກຳນົດ, ບັນດາມາດຕາທີ່ລະບຸໄວ້ໃນສົນທິສັນຍາດັ່ງກ່າວ. ຈີນ ຕ້ອງພິສູດໃຫ້ໄດ້ວ່າ ເຂົາເຈົ້າອີງໃສ່ພື້ນຖານໃດເພື່ອຍົກອອກບັນດາຄຳຮຽກສິດອະທິປະໄຕ. ຈີນ ບໍ່ສາມາດອີງໃສ່ຄຳຮຽກສິດເສັ້ນທາງ 9 ຕອນ ແລະ ນັບທັງຍຸດທະສາດ ຊືຊາ, ຍ້ອນນັ້ນແມ່ນບັນດາຍຸດທະສາດບໍ່ມີຄຸນຄ່າ. ພິເສດ, ບໍ່ມີປະເທດມະຫາອຳນາດໃດສາມາດມອບໃຫ້ແກ່ຕົນເອງສິດ “ຢຽບຢ່ຳກົດໝາຍສາກົນ” ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ