ນັກ​ຊ່ຽວ​ຊານ​ອິນ​ເດຍ ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ກະ​ໂດດ​ຂັ້ນ​ຂອງ ຫວຽດ​ນາມ ຫຼັງ​ພະ​ຍາດ​ໂຄວິດ - 19

(VOVWORLD) -ບົດຂຽນໄດ້ຄັດສະເໜີບົດລາຍງານສະບັບຫຼ້າສຸດຂອງກອງທຶນເງິນຕາສາກົນ (IMF) ຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ໃນຕົວຈິງຂອງ ຫວຽດນາມ ໃນປີ 2023 ຄາດວ່າບັນລຸ 6,2%.
ນັກ​ຊ່ຽວ​ຊານ​ອິນ​ເດຍ ຕີ​ລາ​ຄາ​ສູງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງ​ກະ​ໂດດ​ຂັ້ນ​ຂອງ ຫວຽດ​ນາມ ຫຼັງ​ພະ​ຍາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ເວັບໄຊ Moderndiplomacy.eu ມີສຳນັກງານຕັ້ງຢູ່ ເອີລົບວັນທີ 22 ມີນາໄດ້ລົງພິມບົດໄຈ້ແຍກຂອງທ່ານສາດສະດາຈານ Pankaj Jha, ຜູ້ອຳນວຍການສູນຄົ້ນຄ້ວາຍຸດທະສາດ ແລະ ຄວາມໝັ້ນຄົງ (ມະຫາວິທະຍາໄລທົ່ວໂລກ Jindal, ອິນເດຍ) ກ່ຽວກັບຜົນສຳເລັດໃນການພັດທະນາເສດຖະກິດຢ່າງກະໂດດຂັ້ນຂອງ ຫວຽດນາມ ຫຼັງພະຍາດໂຄວິດ- 19.

ບົດຂຽນໄດ້ຄັດສະເໜີບົດລາຍງານສະບັບຫຼ້າສຸດຂອງກອງທຶນເງິນຕາສາກົນ (IMF) ຄາດຄະເນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ໃນຕົວຈິງຂອງ ຫວຽດນາມ ໃນປີ 2023 ຄາດວ່າບັນລຸ 6,2%. ສິ່ງນີ້ສະແດງໃຫ້ເຫັນວ່າ ເສດຖະກິດ ຫວຽດນາມ ຫຼີກລ້ຽງໄດ້ທ່າອ່ຽງຊຸດໂຊມເປັນປົກກະຕິໃນບັນດາປະເທດອາຊີ ແລະ ພວມມີຄວາມໄວໃນການເຕີບໂຕທີ່ດີກ່ວາລະດັບປານກາງ. ຕາມບົດຂຽນແລ້ວ, ດ້ວຍ ອັດຕາໄພເງິນເຟີ້ຕ່ຳກ່ວາ 4%, ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມ ມີຄວາມອາດສາມາດພົ້ນເດັ່ນຂຶ້ນ ຄື ເປັນພື້ນຖານເສດຖະກິດທີ່ເຕັມໄປດ້ວຍແງ່ຫວັງຢູ່ອາຊີ. ບົດຂຽນ ຖືວ່າ ຫວຽດນາມ ຈະບັນລຸໄດ້ໝາກຜົນທີ່ດີກ່ວາອີກຍ້ອນມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ໄດ້ຮັບການປັບປຸງ, ຄວາມສາມາດໃນການເຊື່ອມຕໍ່ຕະຫຼາດ ແລະ ທ່າໄດ້ປຽບເມື່ອທຽບໃສ່ກັບບັນດາຄູ່ແຂ່ງຕ່າງໆຢູ່ອາຊີຕາເວັນອອກສ່ຽງໃຕ້. ຕາມການຄາດຄະເນແລ້ວ, ຫວຽດນາມ ອາດຈະບັນລຸຄວາມໄວໃນການເຕີບໂຕເສດຖະກິດຢ່າງແຮງ ແລະ ພື້ນຖານເສດຖະກິດມະຫາພາກຈະມີສະຖຽນລະພາບກ່ວາອີກໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ