ນັກຊ່ຽວຊານອິນເດຍ,ອີຕາລີ,ອັງຊັງຕີງຕຳນິຕິຕຽນການກະທຳຜິດພາດຂອງຈີນຢູ່ທະເລຕາເວັນອອກ

ນັກຊ່ຽວຊານອິນເດຍ,ອີຕາລີ,ອັງຊັງຕີງຕຳນິຕິຕຽນການກະທຳຜິດພາດຂອງຈີນຢູ່ທະເລຕາເວັນອອກ - ảnh 1
ຮ້ານເຈາະນ້ຳມັນຂອງ ຈີນ
(ພາບປະກອບ)

(vovworld) – ​ທ່ານ Vinod Anand, ນັກ​ຊ່ຽວຊານ​ຂັ້ນ​ສູງ​ຢູ່​ສະ​ຖາ​ບັນ​ສາກົນ Vivekananda (VIF), ຫາ​ກໍ່​ມີ​ບົດ​ຂຽນ​ໃນ​ແວບ​​ໄຊ Merinews.com ​​ເມື່ອ​ວັນ​ທີ 4/6, ຕຳ​ນິຕິ​ຕຽນ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ (EEZ) ​ແລະ ​ເຂດ​ໄຫຼ່​ທະວີບ​ຂອງ ຫວຽດນາມ. ທ່ານ Vinod Anand ຖື​ວ່າ: ການ​ກະທຳ​ຂອງ ຈີນ​ ​ເພື່​ອສະ​ແດງ “ຄວາມ​ແຮງ​ດ້ານ​ການ​ທະຫານ” ​ໃນ​ພາ​ກພື້ນ. ​ແຕ່​ດົນ​ນານ​ມາ​ແລ້ວ, ຈີນ ​ໄດ້​ຮຽກຮ້ອງ​ທວງ​ເອົາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ອີງ​ໃສ່​ອັນ​ທີ່​ເອີ້ນ​ວ່າ “​ເສັ້ນ​ລີ້ນ​ງົວ 9 ຕອນ” ທີ່​ບໍ່​ມີ​ພື້ນຖານ​ດ້ານ​ນິຕິ​ກຳ ຫຼື ປະຫວັດສາດ, ດັ່ງ​ນັ້ນ​ບໍ່​ມີ​ຫຼັກການ ຫຼື ທຳນຽມ​ສາກົນ​ໃດ​ສາມາດຮັບ​ຮູ້​ໄດ້.

    ກ່ຽວ​ກັບ​ບັນຫາ​ນີ້, ທ່ານ Andrea Margeletti, ປະທານ​ສູນ​ຄົ້ນ​ຄ້ວາ​ສາກົນ​ຂອງ ອີ​ຕາ​ລີ, ຖື​ວ່າ ຖ້າ​ຫາກ​ຊຸມ​ປີ​ກ່ອນ, ບັນດາ​ການ​ຖົກ​ຖຽງ​ກັນ​ລ້ວນ​ແຕ່​ຖືກ​ຈຳກັດ​ໃນ​​ການ​ເຈລະຈາ​ດ້ານ​ການ​ທູດ​ ​ແລະ ບັນດາ​ມາດ​ຕະການ​ກໍ່​ຄວາມດັນ​ເພື່ອ​ແນ​ໃສ່​ເພີ່ມ​​ການຂຶ້ນ​ກັບ​ເສດຖະກິດ​ເທົ່າ​ນັ້ນ, ມາ​ຮອດ​ປະຈຸ​ບັນ, ດ້ວຍ​ກຳລັງ​​ແຮງ​ດ້ານການ​ທະຫານ​ທີ່ໄດ້ຮັບ​ການ​ເພີ່ມ​ຂຶ້ນ​ພໍ​ສົມຄວນ, ປັກ​ກິ່ງ ​ເລີ່​ມນຳ​ໃຊ້​ກຳລັງ​ທະຫານ​ເພື່ອ​ປະ​ທະ​ກັນ​ກັບ​ທຸກໆ​ກຳລັງທີ່​ຂັດ​ແຍ້​ງກັນ​​ເຂົາ​ເຈົ້າ.

    ທີ່​ການ​ໂອ້​ລົມ​ສະ​ທະນາກ່ຽວ​ກັບ ຫວຽດນາມ ​ໃນ​ວັນ​ທີ 4/6, ນັກຊ່ຽວຊານ Juan Carlos Minghetti ສັງ​ເກດ​ສູນ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ເສດຖະກິດ ​ແລະ ສັງຄົມ (CIEYS) ຂອງ​ອັກ​ຊັງ​ຕີງ ຢັ້ງຢືນ: ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ, ສົ່ງ​ກຳ​ປັ່ນ ​ແລະ ​ເຮືອບິນ​ການ​ທະຫານ​ເຖິງ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ສະ​ແດງ​ໃຫ້​ເຫັນວ່າ ປັງ​ກິ່ງ ຊອກ​ຫາ​ມາ​ດຕະການ​ແກ້​ໄຂ​ການ​ຂັດ​ແຍ້​ງກັນຜ່ານ​ກຳລັງ​​ແຮງ​ດ້ານການ​ທະຫານ. ສ່ວນ​ທ່ານ Eduardo R. Hernández, ຄູ​ສອນ​ຂອງ​ສູນ​ຄົ້ນ​ຄ້ວາ ​ແລະ ບຳລຸງ​ສ້າງ Héctor P. Agosti, ຢືນຢັນ​ວ່າ: ຈີ​ນ ​ມີ​ການ​ປະພຶດ​ບໍ່​ຖືກ​ຕ້ອງ​ກັບ ຫວຽດນາມ ​ໃນ​ບັນຫາ​ທະ​ເລ, ໝູ່​ເກາະ, ພ້ອມ​ທັງ​ຮຽກຮ້ອງ​ບັນດາ​ຝ່າຍດຳ​ເນີນ​ການ​ເຈລະຈາກ່ຽວ​ກັບ​ບັນຫາ​ນີ້.


ຂ່າວ/ບົດ​ອື່ນ