ນັກຊ່ຽວຊານອິນໂດເນເຊຍຢືນຢັນວ່າ ຫວຽດນາມ ບັນລຸຜົນງານທີ່ເປັຍໜ້າຮັບຮູ້ຫຼາຍຢ່າງ

(VOVWORLD) -“ດ້ວຍລັດຖະບານປ່ຽນແປງໃໝ່, ກ້າວໜ້າ” ແລະ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງໃນການພັດທະນາເສດຖະກິດ.
ນັກຊ່ຽວຊານອິນໂດເນເຊຍຢືນຢັນວ່າ ຫວຽດນາມ ບັນລຸຜົນງານທີ່ເປັຍໜ້າຮັບຮູ້ຫຼາຍຢ່າງ - ảnh 1(ພາບປະກອບ: baoquocte.vn)

ທ່ານ Veeramalla Anjaiah, ຜູ້ອາວຸໂສນັກຄົ້ນຄວ້າ ສັງກັດສູນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ (CSEAS), ມີສຳນັກງານຕັ້ງຢູ່ ຈາກາຕາ, ປະເທດອິນໂດເນເຊຍ, ໄດ້ຕີລາຄາສູງບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ພິເສດແມ່ນໃນການພັດທະນາເສດຖະກິດ, ບົດບາດນຳພາໃນຖານະຕຳແໜ່ງເປັນປະທານອາຊຽນ ປີ 2020 ແລະ ການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19.

        ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ຈາກາຕາ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ພັກກອມມູນິດຫວຽດນາມ (ເຊິ່ງຈະດຳເນີນໃນລະຫວ່າງວັນທີ 25 ມັງກອນ ຫາວັນທີ 02 ກຸມພາ 2021), ທ່ານ Veeramalla Anjaiah ນັກຂ່າວອາວຸໂສຂອງໜັງສືພິມ Jakarta Post (ອິນໂດເນເຊຍ) ຖືວ່າ “ດ້ວຍລັດຖະບານປ່ຽນແປງໃໝ່, ກ້າວໜ້າ” ແລະ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງໃນການພັດທະນາເສດຖະກິດ. ຕາມທ່ານແລ້ວ, ພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມຂອງຫວຽດນາມ ແມ່ນ “ໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນໂລກ”. ຫວ່າງແລ້ວນີ້ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີຫຼາຍສະບັບ, ຄາດວ່າ, GDP ຂອງຫວຽດນາມ ຈະເຕີບໂຕຄືນໃໝ່ຢູ່ໃນລະດັບ 7% ໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ