ນັກຊ່ຽວຊານອາເມລິກາໃຫ້ຂໍ້ສັງເກດວ່າເຊື້ອໄວຣັດ SARS-CoV-2 ສາມາດຕິດແປດຜ່ານການໂອ້ລົມຫຼືລົມຫາຍໃຈ

(VOVWORLD) -ເຊື້ອໄວຮັດ SARS-CoV-2 ກໍ່ໃຫ້ເກີດພະຍາດອັກເສບປອດ ໂຄວິດ-19 ສາມາດຕິດແປດ ບໍ່ພຽງແຕ່ເມື່ອຄົນເຈັບເປັນໄອ, ຈາມເທົ່ານັ້ນ
ນັກຊ່ຽວຊານອາເມລິກາໃຫ້ຂໍ້ສັງເກດວ່າເຊື້ອໄວຣັດ SARS-CoV-2 ສາມາດຕິດແປດຜ່ານການໂອ້ລົມຫຼືລົມຫາຍໃຈ - ảnh 1(ພາບ: THX/TTXVN)

 ຫາກຍັງນັບທັງການໂອ້ລົມ ແລະ ຊ້ຳບໍ່ນຳແມ່ນລົມຫາຍໃຈ. ໃນຈົດໝາຍທີ່ຟາກເຖິງຫ້ອງການນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີຢູ່ທຳນຽບຂາວ, ທ່ານປະລິນຍາເອກ Harvey Fineberg - ປະທານຄະນະການປະຈຳການກ່ຽວກັບບັນດາພະຍາດຕິດແປດຫາກໍ່ເກີດຂຶ້ນໃໝ່, ຂຶ້ນກັບສະຖາບັນດິດວິທະຍາສາດແຫ່ງຊາດ, ໃຫ້ຮູ້ວ່າ ເມື່ອວິໄຈເຊື້ອໄວຣັດ SARS-CoV-2 ແລ້ວ ປະກົດວ່າຍັງມີສິ່ງຈຳກັດຢູ່, ແຕ່ໝາກຜົນຂອງບັນດາການວິໄຈໃນປະຈຸບັນແມ່ນ ສາມາດ ເປັນໄປໄດ້  ວ່າ, ໄວຣັດຊະນິດນີ້ອາດຈະຕິດແປດຜ່ານລົມຫາຍໃຈທຳມະດາ. ເຖິງຢ່າງໃດກໍ່ຕາມ, ເຊື້ອໄວຮັດ SARS-CoV-2 ສາມາດມີຊີວິດຢູ່ໄດ້ໃນອາກາດແມ່ນຂຶ້ນກັບບາງປັດໃຈຄື: ຈຳນວນໄວຣັດເຊິ່ງຄົນເຈັບຜູ້ໜຶ່ງແຜ່ອອກມາເມື່ອຫາຍໃຈ ແລະ ໂອ້ລົມ ແລະ ນັບທັງຈຳນວນໄວຣັດທີ່ສັນຈອນໃນອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ