ນັກຊ່ຽວຊານເຊັກ​ໂກ ຕີ​ລາ​ຄາ​ສູງບັນ​ດາ​ການປັ​ບ​ປຸງເງື່ອນ​ໄຂ​​ດຶງ​ດູດ​ການລົງ​ທຶນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ

(VOVWORLD) -ບົດຂຽນຊີ້ແຈ້ງວ່າ ສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງ ຊຶ່ງຄາດວ່າ ຈະເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 01 ມັງກອນ ປີ 2021 ເປັນຕົ້ນໄປ, ຜ່ານນັ້ນ ກໍ່ມີການປັບປຸງດີພໍສົມຄວນເງື່ອນໄຂສຳລັບບັນດານັກລົງທຶນຕ່າງປະເທດເຂົ້າມາລົງທຶນ ຫວຽດນາມ.
ນັກຊ່ຽວຊານເຊັກ​ໂກ ຕີ​ລາ​ຄາ​ສູງບັນ​ດາ​ການປັ​ບ​ປຸງເງື່ອນ​ໄຂ​​ດຶງ​ດູດ​ການລົງ​ທຶນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ - ảnh 1ພາບປະກອບ:  TTXVN

ທ່ານ David Jarkulisch ນັກການທູດດ້ານເສດຖະກິດຂອງ ເຊັກໂກ ຫວ່າງມໍ່ໆມານີ້ໄດ້ມີບົດຂຽນໃຫ້ຂໍ້ສັງເກດກ່ຽວກັບບັນດາການປ່ຽນແປງຢ່າງຕັ້ງໜ້າໃນນະໂຍບາຍຂອງ ລັດຖະບານ ຫວຽດນາມ ເຊິ່ງໄດ້ສະແດງອອກຜ່ານກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງ, ແນໃສ່ສ້າງເງື່ອນໄຂດຶງດູດ ແລະ ເພີ່ມທະວີປະສິດທິຜົນການລົງທຶນຕ່າງປະເທດໃນການພັດທະນາເສດຖະກິດ. ໃນວັນທີ 31 ກໍລະກົດ, ບົດຂຽນໄດ້ເອົາລົງໃນເວບໄຊຂອງກະຊວງການຕ່າງປະເທດ ເຊັກໂກ (mzv.cz).

ບົດຂຽນຊີ້ແຈ້ງວ່າ ສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງ ຊຶ່ງຄາດວ່າ ຈະເລີ່ມມີຜົນບັງຄັບໃຊ້ແຕ່ວັນທີ 01 ມັງກອນ ປີ 2021 ເປັນຕົ້ນໄປ, ຜ່ານນັ້ນ ກໍ່ມີການປັບປຸງດີພໍສົມຄວນເງື່ອນໄຂສຳລັບບັນດານັກລົງທຶນຕ່າງປະເທດເຂົ້າມາລົງທຶນ ຫວຽດນາມ.

ຕາມຜູ້ຂຽນແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນດຶງທີ່ດູດດື່ມທີ່ສຸດຢູ່ພາກພື້ນ ອາຊີ. ບົດຂຽນເນັ້ນໜັກວ່າ ເຖິງວ່າຕ້ອງປະເຊີນໜ້າກັບບັນດາຜົນຮ້າຍຫຍໍ້ທໍ້ຍ້ອນໂລກລະບາດໂຄວິດ-19ກໍ່ຕາມ, ແຕ່ ຫວຽດນາມ ກໍ່ຍັງມີຄວາມດູດດື່ມສຳລັບບັນດານັກລົງທຶນຕ່າງປະເທດ ແລະ ໃນ 7 ເດືອນຕົ້ນປີ 2020 ໄດ້ມີເງິນລົງທຶນທັງໝົດ 18.8 ຕື້  USD ຈາກຕ່າງປະເທດເຂົ້າ ຫວຽດນາມ, ຫຼຸດລົງພຽງແຕ່ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.   

ຕອບກັບ

ຂ່າວ/ບົດ​ອື່ນ