ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ: ໄພ​ເງິນ​ເຟີ້ ຫວຽດ​ນາມ ຢູ່​ລະ​ດັບ​ຕ່ຳ ແລະ ມີ​ສະ​ຖຽນ​ລະ​ພາບ

(VOVWORLD) -ຕາມການຕີລາຄາຂອງທ່ານສາດສະດາຈານ, ປ.ອ Andreas Hauskrecht, ນັກຊ່ຽວຊານດ້ານເສດຖະກິດຢູ່ ອາເມລິກາແລ້ວ, ທະນາຄາມແຫ່ງລັດ ແລະ ບັນດາອົງການບໍລິຫານຂອງ ຫວຽດນາມ ໄດ້ຮັບມືກັບບັນດາຜົນກະທົບຈາກພະຍາດໂຄວິດ - 19 ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຈຳກັດໄພເງິນເຟີ້. 
ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ: ໄພ​ເງິນ​ເຟີ້ ຫວຽດ​ນາມ ຢູ່​ລະ​ດັບ​ຕ່ຳ ແລະ ມີ​ສະ​ຖຽນ​ລະ​ພາບ - ảnh 1ທ່ານສາດສະດາຈານ, ປ.ອ Andreas Hauskrecht, ນັກຊ່ຽວຊານດ້ານເສດຖະກິດຢູ່ ອາເມລິກາ
(ພາບ:  aseanvietnam.vn)

ຕາມການຕີລາຄາຂອງທ່ານສາດສະດາຈານ, ປ.ອ Andreas Hauskrecht, ນັກຊ່ຽວຊານດ້ານເສດຖະກິດຢູ່ ອາເມລິກາແລ້ວ, ທະນາຄາມແຫ່ງລັດ ແລະ ບັນດາອົງການບໍລິຫານຂອງ ຫວຽດນາມ ໄດ້ຮັບມືກັບບັນດາຜົນກະທົບຈາກພະຍາດໂຄວິດ - 19 ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຈຳກັດໄພເງິນເຟີ້. ກ່າວຄຳເຫັນທີ່ກອງປະຊຸມສຳມະນາສາກົນ ປະຈຳປີຄັ້ງທີ 8 ທີ່ສະຫງວນໃຫ້ແກ່ນັກວິທະຍາສາດໜຸ່ມ ໂຮງຮຽນເສດຖະກິດ ແລະ ດຳເນີນທຸລະກິດ (ICYREB) ດ້ວຍຫົວຂໍ້ “ກຳລັງທົນທານ, ຄວາມສາມາດໃນການຟື້ນຟູ ແລະ ເຕີບໂຕຂອງພື້ນຖານເສດຖະກິດ” ທີ່ໄດ້ດຳເນີນໃນວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ທ່ານສາດສະດາຈານ Andreas Hauskrecht ຖືວ່າ ໄພເງິນເຟີ້, ພິເສດແມ່ນໄພເງິນເຟີ້ພື້ນຖານຢູ່ ຫວຽດນາມພວມຢູ່ໃນລະດັບຕ່ຳ ແລະ ມີສະຖຽນລະພາບ. ຮອດເວລາທີ່ທະນາຄານກາງສະຫະລັດ ອາເມລິກາ ເລີ່ມປ່ຽນແປງນະໂຍບາຍການເງິນ ແລະ ຫຼຸດຜ່ອນອັດຕາດອກເບ້ຍ, ຫວຽດນາມ ຈະມີ ຄວາມສາມາດບົ່ມຊ້ອນຕື່ມອີກເພື່ອຍົກອອກມາຫຼາຍມາດຕະການຊຸກຍູ້ເສດຖະກິດກ່ວາ. ໃນສະເພາະໜ້າ, ຫວຽດນາມ ຕ້ອງຮັກສາດອກເບ້ຍຢູ່ລະດັບປົກກະຕິ, ນະໂຍບາຍປີການເງິນທີ່ເໝາະສົມ ແລະ ນະໂຍບາຍການເງິນທີ່ລະມັດລະວັງ.

ຕອບກັບ

ຂ່າວ/ບົດ​ອື່ນ