ນັກຊ່ຽວຊານເສດຖະກິດຄາດຄະເນ: ກຳລັງດັນໄພເງິນເຟີ້ໃນປີ 2024 ແມ່ນບໍ່ໃຫຍ່

(VOVWORLD) -ບັນດານັກຊ່ຽວຊານດ້ານເສດຖະກິດຄາດຄະເນວ່າ ປີ 2024, ເຖິງວ່າການຄາດຄະເນ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ ຫວຽດນາມອາດຈະຄວບຄຸມໄພເງິນເຟີ້ ຕ່ຳກວ່າເປົ້າໝາຍ ເຊິ່ງ ສະພາແຫ່ງຊາດ ວາງອອກ.



ນັກຊ່ຽວຊານເສດຖະກິດຄາດຄະເນ: ກຳລັງດັນໄພເງິນເຟີ້ໃນປີ 2024 ແມ່ນບໍ່ໃຫຍ່ - ảnh 1ພາບປະກອບ:  vov.vn

ບັນດານັກຊ່ຽວຊານດ້ານເສດຖະກິດຄາດຄະເນວ່າ ປີ 2024, ເຖິງວ່າການຄາດຄະເນ ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ ຫວຽດນາມອາດຈະຄວບຄຸມໄພເງິນເຟີ້ ຕ່ຳກວ່າເປົ້າໝາຍ ເຊິ່ງ ສະພາແຫ່ງຊາດ ວາງອອກ.

ທ່ານ ຫງວຽນດຶກໂດະ, ຮອງຫົວຫນ້າ, ສະຖາບັນ ເສດຖະກິດການເງິນ ຖືວ່າ ປີ 2024 ກຳລັງເດັນຈາກໄພເງິນເຟີ້ ໄດ້ຮັບການຄາດຄະເນວ່າບໍ່ຫຼາຍ ຍ້ອນວ່າ ເສດຖະກິດໂລກ, ພິເສດແມ່ນຈີນແລະ ອາເມລິກາ ໄດ້ຮັບການຄາດຄະເນວ່າ ຈະມີການເຕີບໂຕຊ້າລົງ. ໃນສະພາບການເສດຖະກິດ ໂລກ ມີການເຕີບໂຕຊ້າລົງ, ການສົ່ງອອກຂອງ ຫວຽດນາມໃນປີ2024 ໄດ້ຮັບການຄາດຄະເນວ່າກໍ່ຈະມີການເຕີບໂຕຢູ່ລະດັບພໍສົມຄວນ.

ຖ້າການເຕີບໂຕ GDP ໃນປີ2024 ພຽງແຕ່ຢູ່ລະດັບ 6%ຄືກັນກັບການຄາດຄະເນ, ໄລ່ລວມໄລຍະ 2020 – 2024 GDP ເພີ່ມຂຶ້ນພຽງແຕ່ປະມານ 4,64%. ນີ້ແມ່ນປັດໄຈຈຳກັດໄພເງິນເຟີ້. ດັ່ງນັ້ນ, ໄພເງິນເຟີ້ໃນທົ່ວປີ2024 ໄດ້ຮັບການຄາດຄະເນຢູ່ລະດັບ3 – 3,5% ແມ່ນຕົວເລກຕຳກ່ວາເມື່ອທຽບໃສ່ກັບຄາດໝາຍເຊິ່ງສະພາແຫ່ງຊາດ ວາງອອກແມ່ນ 4 – 4,5%.

ເຖິງຢ່າງໃດກໍ່ຕາມ,ເພື່ອຄວບຄຸມໄພເງິນເຟີ້ ປີ2024 ບັນລຸເປົ້າໝາຍ ເຊິ່ງສະພາແຫ່ງຊາດວາງອອກ, ບັນດານັກຊ່ຽວຊານດ້ານເສດຖະກິດຖືວ່າ ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕິດຕາມສະພາບການໂລກຢ່າງແໜ້ນແຟ້ນ ພິເສດແມ່ນລະດັບເງິນເຟີ້ຂອງບັນດາພື້ນຖານເສດຖະກິດໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ